• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄູອາຈານ ແລະ ນັກຮຽນໂຮງຮຽນມັດທະຍົມ ຫງວຽນດິ່ງຈຽວ

ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງທຸກຂັ້ນ ແລະ ທົ່ວສັງຄົມ ຕ້ອງມີການກະທຳຢ່າງແຮງກວ່າອີກ
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການຢ້ຽມຢາມ)

ເນື່ອງໃນໂອກາດວັນເດັກສາກົນ 01 ມິຖຸນາ, ຕອນເຊົ້າວັນທີ 01 ມິຖຸນາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄູອາຈານ ແລະ ນັກຮຽນໂຮງຮຽນມັດທະຍົມ ຫງວຽນດິ່ງຈຽວ ແລະ ໂຮງຮຽນມັດທະຍົມ ຊາດ່ານ (ຮ່າໂນ້ຍ). ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງທຸກຂັ້ນ ແລະ ທົ່ວສັງຄົມ ຕ້ອງມີການກະທຳຢ່າງແຮງກວ່າອີກ; ຕ້ອງຖືການເບິ່ງແຍງດູແລເດັກພິການແມ່ນໜ້າທີ່ຄວາມຮັບຜິດຊອບດ້ານການເມືອງ, ແມ່ນຄຳໝັ້ນສັນຍາມະນຸດສຳທະ ແລະ ກໍ່ແມ່ນການວັດແທກໃຫ້ແກ່ສີວິໄລ, ຄວາມກ້າວໜ້າຂອງສັງຄົມ.

ທ່ານເລຂາທິການໃຫຍ່ສະໜີ ຕ້ອງສ້າງລະບົບນະໂຍບາຍຢ່າງຄົບຊຸດໃຫ້ແກ່ການສຶກສາພິເສດ, ເພີ່ມທະວີການບຳລຸງສ້າງຄູຈານສະເພາະກິດ, ໜູນຊ່ວຍດ້ານການເງິນ, ທຶນການສຶກສາ… ໃຫ້ນັກຮຽນຄົນພິການຢູ່ທັງເຂດຕົວເມືອງ ແລະ ຊົນນະບົດ, ເຂດຫ່າງໄກຊອກຫຼີກ.

ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບຂອງຂວັນໃຫ້ຄູອາຈານ ແລະ ນັກຮຽນ 2 ໂຮງຮຽນດັ່ງກ່າວ; ຢ້ຽມຢາມຫໍພັກນັກຮຽນພິການຕາ.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ໂຄ​ສະ​ນາ, ສຶກ​ສາ ກ່ຽວ​ກັບ​ການ​ພົວ​ພັນແບບ​ພິ​ເສດ ຫວຽດ​ນາມ - ລາວ

ຍູ້​ແຮງ​ການ​ໂຄ​ສະ​ນາ, ສຶກ​ສາ ກ່ຽວ​ກັບ​ການ​ພົວ​ພັນແບບ​ພິ​ເສດ ຫວຽດ​ນາມ - ລາວ

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນໄລຍະຈະມາເຖິງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ລາວ ພ້ອມກັບປະຕິບັດເນື້ອໃນຂໍ້ຕົກລົງຂັ້ນສູງລະຫວ່າງສອງພັກ, ສອງລັດ ຢ່າງມີປະສິດທິຜົນ

Top