• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ຢ້ຽມຢາມແຂວງບີງເຢືອງ

      ວັນທີ 25 ຕຸລາ, ທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາວ ໄປຢ້ຽມຢາມແຂວງບີງເຢືອງ

ທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ພົບປະກັບການນຳແຂວງບີງເຢືອງ 
      ເມື່ອແລກປ່ຽນກັບການນຳແຂວງ, ທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ໄດ້ຕີລາຄາສູງສະພາບການພັດທະນາເສດຖະກິດສັງຄົມຂອງທ້ອງຖິ່ນ, ໃນນັ້ນ ມີການດຶງດູດການລົງທຶນ, ພັດທະນາອຸດສາຫະກຳ ແລະ ການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກຢ່າງວ່ອງໄວ, ກໍແມ່ນບັນດາຜົນງານທີ່ພົ້ນເດັ່ນຂອງແຂວງບີງເຢືອງ. ທ່ານຮອງນາຍົກລັດຖະມົນຕີລາວ ສອນໄຊ ສີພັນດອນ ກໍຍັງແລກປ່ຽນບາງບົດຮຽນ ແກ້ໄຂຄວາມຫຍຸ້ງຍາກໃນການດຶງດູດການລົງທຶນ, ແກ້ໄຂສິ່ງແວດລ້ອມ, ສ້າງສະພາບປົກກະຕິໃຫ້ແກ່ແຮງງານເຂົ້າມາຈາກຕ່າງປະເທດ. 
 (ແຫຼ່ງຄັດຈາກ VOV)

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ ຕ້ອນ​ຮັບ​ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ

ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຮ​ວ່າຍ​ຈູງ ຕ້ອນ​ຮັບ​ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ

ຕອນ​ບ່າຍ​ວັນ​ທີ 21 ເມ​ສາ, ຢູ່​ຮ່າ​ໂນ້ຍ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ມີການ​ຕ້ອນ​ຮັບ ​ທ່ານ Jigjee Sereejav ເອກ​ອັກ​ຄະ​ລັດ​ຖະ​ທູດ ມົງ​ໂກນ ປະຈຳ ຫວຽດນາມ ເຂົ້າ​ຢ້ຽມ​ອຳ​ລາ ເນື່ອ​ງ​ໃນ​ໂອ​ກາດ​ສິ້ນ​ສຸດ​ວາ​ລະ​ປະ​ຕິ​ບັດ​ງານ​ຢູ່ ຫວຽດ​ນາມ.

Top