• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະນຸກຳມະການເສດຖະກິດ-ສັງຄົມທາບທາມຄຳເຫັນປະກອບຈາກບັນດາອະດີດການນຳພັກ,ລັດ

ບັນດາອະດີດການນຳຈະປະກອບຄຳເຫັນຢ່າງສຸດອົກສຸດໃຈເຂົ້າໃນຍຸດທະສາດພັດທະນາເສດຖະກິດ, ສັງຄົມໄລຍະ 10 ປີ (2021 - 2030) ແລະ ທິດທາງພັດທະນາເສດຖະກິດສັງຄົມ, ໄລຍະ 5 ປີ (2021 - 2025).

(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ເປັນປະທານກອງປະຊຸມ)

ຕອນເຊົ້າວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ຫົວໜ້າອະນຸກຳມະການເສດຖະກິດ - ສັງຄົມ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ໄດ້ເປັນປະທານກອງປະຊຸມທາບທາມຄຳເຫັນປະກອບຈາກບັນດາອະດີດການນຳພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ເຂົ້າໃນບັນດາຮ່າງເອກະສານກອງປະຊຸມໃຫຍ່. ເຂົ້າຮ່ວມກອງປະຊຸມ, ມີທ່ານ ເຈິ່ນກວ໊ກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ທ່ານນາງ ຕ່ອງທິຟ໊ອງ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽນຊວນຟຸກ ປາດຖະໜາວ່າ, ບັນດາອະດີດການນຳຈະປະກອບຄຳເຫັນຢ່າງສຸດອົກສຸດໃຈເຂົ້າໃນຍຸດທະສາດພັດທະນາເສດຖະກິດ, ສັງຄົມໄລຍະ 10 ປີ (2021 - 2030) ແລະ ທິດທາງພັດທະນາເສດຖະກິດສັງຄົມ, ໄລຍະ 5 ປີ (2021 - 2025). ທ່ານນາຍົກລັດຖະມົນຕີຖືວ່າ, ນີ້ແມ່ນບັນດາຄຳເຫັນສຳຄັນທີ່ສຸດ, ຍ້ອນບັນດາອະດີດການນຳແມ່ນບັນດາຜູ້ມີປະສົບການ ບົດຮຽນຫຼາຍຢ່າງໃນການບໍລິຫານປະເທດຊາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top