• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ການທູດປ້ອງກັນຊາດ ຕ້ອງຍົກສູງປະສິດທິຜົນການເຄື່ອນໄຫວໃຫ້ຫຼາຍກວ່າເກົ່າ

ທ່ານເລຂາທິການໃຫຍ່, ປະທານາປະເທດ ໂຕເລີມ ກໍ່ຊີ້ໃຫ້ແຈ້ງວຽກງານ ເຊື່ອມໂຍງເຂົ້າກັບສາກົນ ແລະ ການເຄື່ອນໄຫວດ້ານທູດປ້ອງກັນຊາດຕ້ອງໄດ້ຮັບການຍົກສູງຂຶ້ນໃຫ້ມີປະສິດທິຜົນ.
  ທ່ານເລຂາທິການໃຫຍ່, ປະທານາປະເທດ ໂຕເລີມ, ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)  

ຕອນເຊົ້າວັນທີ 30 ກັນຍາ, ຢ​ູ່ ຮ່າໂນ້ຍ, ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ

ອາຍຸການ 2025-2030 ໄດ້ຈັດກອງປະຊຸມເທື່ອທີ 3 ເພື່ອຕີ​ລາ​ຄາ​ໝາກຜົນຂອງການ​ປະ​ຕິ​ບັດ​ໜ້າ​ທີ່​ດ້ານການທະຫານ ແລະ ປ້ອງກັນຊາດໃນໄຕມາດທີ 3 ແລະ ທິດທາງໃນໄຕມາດທີ 4 ຂອງປີ 2026. ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ເລຂາ ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງເປັນປະທານກອງປະຊຸມ.

ກ່າວ​ຄຳ​ເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເນັ້ນໜັກເຖິງຄວາມຮຽກ​ຮ້ອງ​ຕັ້ງ​ໜ້າ​ປ່ຽນ​ແປງ​ໃໝ່, ຍົກ​ສູງ​ປະ​ສິດ​ທິ​ຜົນ, ປະ​ສິດ​ທິພາບ, ​ສະ​ມັດ​ຕະ​ພາບຂອງ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂເພື່ອສ້າງກອງທັບໃຫ້​ໝັ້ນ​ຄົງເຂັ້ມແຂງທາງດ້ານການເມືອງ; ກໍ່ສ້າງອົງ​ຄະ​ນະ​ພັກ​ໃຫ້​ປອດ​ໃສ, ເຂັ້ມແຂງຢ່າງ​ຮອບ​ດ້ານ; ເຮັດວຽກງານການສຶກສາທາງດ້ານການເມືອງ, ແນວ​ຄິດ​ເປັນ​ປະ​ຈຳ​ໃຫ້​ເປັນ​ຢ່າງ​ດີ, ຍົກ​ສູງ​ຄຸນ​ນະ​ພາບດ້ານການເມືອງ.

ທ່ານເລຂາທິການໃຫຍ່, ປະທານາປະ​ເທດ ໂຕເລີມ ກໍ່ຊີ້ໃຫ້​ແຈ້ງວຽກ​ງານ ເຊື່ອມໂຍງ​ເຂົ້​າ​ກັບສາກົນ ແລະ ການ​ເຄື່ອນ​ໄຫວ​ດ້ານທູດປ້ອງກັນ​ຊາດ​ຕ້ອງ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນໃຫ້ມີປະສິດທິ​ຜົນ. ພິ​ເສດ, ເປັນ​ເ​ຈົ້າ​ການກະກຽມ, ຈັດ​ງານ​ວາງ​ສະ​ແດງປ້ອງກັນ​ຊາດສາກົນ ຫວຽດນາມ ເທື່ອທີ 3 ໃນປີ 2026 ​ຢ່າງ​ລອບ​ຄອບ​ທີ່​ຖ້ວນ, ປະກອບສ່ວນ​ໂຄ​ສະ​ນາ, ຍົກສູງທີ່​ຕັ້ງ, ອິດທິພົນຊື່​ສຽງ​ສາ​ກົນ​ຂອງກອງທັບປະຊາຊົນ ຫວຽດນາມ ແລະ ປະເທດຊາດ; ​ສົມ​ທົບ​ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຜັນ​ຂະ​ຫຍາຍ​ບັນ​ດາ​ໜ້າ​ທີ່ຮັບໃຊ້ກອງປະຊຸມສຸດຍອດ APEC 2027 ​ຢ່າງ​ມີ​ປະ​ສິດທິຜົນ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມການນຳອົງການປະຕິບັດກົດໝາຍບັນດາປະເທດ ອາຊຽນ ກ່ຽວກັບການຮ່ວມມືຕໍ່ສູ້, ຕ້ານອາດຊະຍາກຳທີ່ຫຼົບໜີ

ໄຂກອງປະຊຸມການນຳອົງການປະຕິບັດກົດໝາຍບັນດາປະເທດ ອາຊຽນ ກ່ຽວກັບການຮ່ວມມືຕໍ່ສູ້, ຕ້ານອາດຊະຍາກຳທີ່ຫຼົບໜີ

ກອງປະຊຸມແມ່ນເວທີປາໄສສຳຄັນສຳລັບການນຳຂັ້ນສູງຂອງອົງການປະຕິບັດກົດໝາຍບັນດາປະເທດ ອາຊຽນ ເພື່ອເພີ່ມທະວີການເຊື່ອມຕໍ່, ຍົກສູງປະສິດທິຜົນການຮ່ວມມືໃນການຕໍ່ສູ້, ຕ້ານອາດຊະຍາກຳຫຼົບໜີຢູ່ພາກພື້ນ ອາຊຽນ.

Top