ປະຈຸບັນ, ຫວຽດນາມ ພວມນຳເຂົ້າຜະລິດຕະພັນປີໂຕຣເຄມີຫຼາຍພໍສົມຄວນ. ເລື່ອງຫັນການຜະລິດພາຍໃນປະເທດດ້ວຍເຕັກໂນໂລຢີຂອງ ລັດເຊຍ ຈະຊ່ວຍຫຼຸດຜ່ອນສະພາບຕ້ອງເອື່ອຍອີງໃສ່ການນຳເຂົ້າ
ການເດີນທາງໄປຢ້ຽມຢາມທາງລັດຖະກິດສະຫະພັນ ລັດເຊຍ (ວັນທີ 7-9 ກັນຍາ) ຂອງທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເປີດໂອກາດໃໝ່ໃຫ້ແກ່ຂະແໜງອຸດສາຫະກຳປີໂຕຣເຄມີ. ນີ້ແມ່ນການຕີລາຄາຂອງນັກຊ່ຽວຊານ Georgy Borey, ເຊິ່ງແມ່ນໜຶ່ງໃນບັນດາຜູ້ພັດທະນາແບບວິທີການປະຕິບັດງົບປະມານສະຫະພັນຂອງ ລັດເຊຍ ຜ່ານລະບົບຄັງເງິນສະຫະລັດ ແຕ່ປີ 1995 ຮອດປີ 2000.
ທ່ານ Georgy Borey ໄດ້ເນັ້ນໜັກເປັນພິເສດຕໍ່ອຸດສາຫະກຳປີໂຕຣເຄມີ, ຖືນີ້ແມ່ນຂະແໜງທີ່ຫາກໍ່ໄດ້ຂຸດຄົ້ນສ່ວນໜ້ອຍໃນຄວາມສາມາດບົ່ມຊ້ອນເທົ່ານັ້ນ. ໃນທັງໝົດລະບົບຜະລິດ, ການຂຸດຄົ້ນພຽງແຕ່ແມ່ນບາດກ້າວເລີ່ມຕົ້ນເທົ່ານັ້ນ. ທ່ານຍັງໃຫ້ຮູ້ວ່າ ວົງເງິນການຄ້າລະຫວ່າງສະຫະພາບເສດຖະກິດ ເອີລົບ (EAEU) ແລະ ຫວຽດນາມ ບັນລຸ 8.3 ຕື້ USD ໃນປີ 2025. ທ່ານ Borey ຊີ້ໃຫ້ເຫັນວ່າ ຂະແໜງອຸດສາຫະກຳປີໂຕຣເຄມີໄດ້ສ້າງມູນຄ່າເພີ່ມທົບຫຼາຍເທົ່າເມື່ອທຽບໃສ່ນ້ຳມັນດິບ. ປະຈຸບັນ, ຫວຽດນາມ ພວມນຳເຂົ້າຜະລິດຕະພັນປີໂຕຣເຄມີຫຼາຍພໍສົມຄວນ. ເລື່ອງຫັນການຜະລິດພາຍໃນປະເທດດ້ວຍເຕັກໂນໂລຢີຂອງ ລັດເຊຍ ຈະຊ່ວຍຫຼຸດຜ່ອນສະພາບຕ້ອງເອື່ອຍອີງໃສ່ການນຳເຂົ້າ ແລະ ຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ.
(ແຫຼ່ງຄັດຈາກ VOV)