ການມີຫົວເລື່ອງສະເພາະກ່ຽວກັບ ຫວຽດນາມ ກໍ່ແມ່ນໂອກາດເພື່ອແນະນຳບັນດາການປ່ຽນແປງຂອງຕະຫຼາດທຶນພາຍໃນປະເທດໄປເຖິງປະຊາຄົມນັກລົງທຶນສາກົນ.
ກອງປະຊຸມປະຈຳປີເວທີປາໄສຫຼັກຊັບ ອາຊີ ຄັ້ງທີ 31 (ASF AGM 31), ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 30 ກັນຍາ ຫາວັນທີ 03 ຕຸລາ 2026, ດ້ວຍການເຂົ້າຮ່ວມຂອງຫຼາຍອົງການຈັດຕັ້ງການເງິນຢູ່ພາກພື້ນ. ບັນດາວາລະປຶກສາຫາລືຢູ່ ASF AGM 31 ໄດ້ສຸມໃສ່ບັນດາບັນຫາທີ່ພວມສົ່ງຜົນກະທົບຕໍ່ຕະຫຼາດທຶນ ອາຊີ ຄື: ແງ່ຫວັງຕະຫຼາດຫຼັກຊັບ, ການຫັນປ່ຽນແຫຼ່ງທຶນ, ການພັດທະນາຕະຫຼາດທຶນ ແບບຍືນຍົງ, ESG, ການເງິນສີຂຽວ, ການຫັນເປັນດີຈີຕອນ ແລະ ປັນຍາປະດິດ (AI).
ເລື່ອງເປັນຄັ້ງທຳອິດທີ່ເປັນເຈົ້າພາບຈັດກອງປະຊຸມ, ພ້ອມກັນນັ້ນ ການມີຫົວເລື່ອງສະເພາະກ່ຽວກັບ ຫວຽດນາມ ກໍ່ແມ່ນໂອກາດເພື່ອແນະນຳບັນດາການປ່ຽນແປງຂອງຕະຫຼາດທຶນພາຍໃນປະເທດໄປເຖິງປະຊາຄົມນັກລົງທຶນສາກົນ. ຜ່ານ ASF AGM 31, ຕະຫຼາດ ຫວຽດນາມ ຈະມີໂອກາດໃນການແລກປ່ຽນບົດຮຽນກັບນັກຊ່ຽວຊານ, ອົງການຈັດຕັ້ງ ແລະ ສະຫະສະມາຄົມຢູ່ພາກພື້ນຕື່ມອີກ.
(ແຫຼ່ງຄັດຈາກ VOV)