ຄຳສັ່ງຫ້າມນຳເຂົ້າຂອງ ອາເມລິກາ ສຳລັບສິນຄ້າ ການາດາ ທີ່ມີມູນຄ່າເກືອບ 1 ຕື້ ໂດລາສະຫະລັດ ມີຜົນສັກສິດຢ່າງເປັນທາງເລີ່ມແຕ່ວັນທີ 29 ກັນຍາ (ຕາມເວລາພາກຕາເວັນອອກ ອາເມລິກາ).
(ພາບປະກອບຈາກ: ຊິນຮົວ/VNA)
ບັນດາສິນຄ້າຖືກຜົນສະທ້ອນສ່ວນຫຼາຍແມ່ນເຄື່ອງດື່ມທີ່ມີສ່ວນປະສົມຂອງເຫຼົ້າ, ຜະລິດຕະພັນນົມ ແລະ ລົດຈັກຜະລິດຢູ່ ການາດາ ຈຳນວນໜຶ່ງ.
ນີ້ແມ່ນມາດຕະການຫຼ້າສຸດຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ພາຍຫຼັງທີ່ ການາດາ ໄດ້ຈັດວາງພາສີສຳລັບສິນຄ້າ ອາເມລິກາ ປະມານ 20 ຕື້ໂດລາສະຫະລັດ. ບັນດາລະດັບພາສີຂອງ ການາດາ ຢູ່ໃນລະດັບແຕ່ 15% – 50%, ເພື່ອແນໃສ່ໂຕ້ຕອບເລື່ອງກ່ອນໜ້ານັ້ນ ວໍຊິງຕັນ ໄດ້ເກັບພາສີ 50% ສຳລັບສິນຄ້າ ການາດາ ມີມູນຄ່າເທົ່າທຽບກັນ.
ທ່ານ Mark Carney, ນາຍົກລັດຖະມົນຕີ ການາດາ ຖະແຫຼງວ່າ ປະເທດນີ້ຈະປົກປ້ອງຜູ້ອອກແຮງງານ, ຊາວກະສິກອນ, ບັນດາຄອບຄົວ ແລະ ວິສາຫະກິດ ການາດາ.
ອຳນາດການປົກຄອງຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump ຖືວ່າ: ການາດາ ໄດ້ມີການຈຳແນກສຳລັບບັນດາຜູ້ຜະລິດເຄື່ອງດື່ມມີສ່ວນປະສົມຂອງເຫຼົ້າ, ຜະລິດຕະພັນນົມ ແລະ ພາຫະນະຂອງ ອາເມລິກາ. ວໍຊິງຕັນ ຖືວ່າ ຄຳສັ່ງເກືອດຫ້າມແມ່ນຜົນຕາມມາຂອງເລື່ອງ Ottawa ສືບຕໍ່ຮັກສາບັນດາມາດຕະການຈຳກັດສຳລັບສິນຄ້າ ອາເມລິກາ.
(ແຫຼ່ງຄັດຈາກ VOV)