ຂ່າວສານ

ແງ່ຫວັງການຮ່ວມມືໃນຂະແໜງປີໂຕຣເຄມີ ລະຫວ່າງ ຫວຽດນາມ ແລະ ລັດເຊຍ

ປະຈຸບັນ, ຫວຽດນາມ ພວມນຳເຂົ້າຜະລິດຕະພັນປີໂຕຣເຄມີຫຼາຍພໍສົມຄວນ. ເລື່ອງຫັນການຜະລິດພາຍໃນປະເທດດ້ວຍເຕັກໂນໂລຢີຂອງ ລັດເຊຍ ຈະຊ່ວຍຫຼຸດຜ່ອນສະພາບຕ້ອງເອື່ອຍອີງໃສ່ການນຳເຂົ້າ
(ພາບ​ປະ​ກອບ: ຊິນຮົວ/VNA)

ການເດີນ​ທາງ​ໄປຢ້ຽມຢາມ​ທາງ​ລັດ​ຖະ​ກິດສະຫະພັນ ລັດເຊຍ (ວັນທີ 7-9 ກັນຍາ) ຂອງ​ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ໄດ້ເປີດໂອກາດໃໝ່ໃຫ້ແກ່​ຂະ​ແໜງອຸດສາຫະກຳປີໂຕຣເຄມີ. ນີ້ແມ່ນການ​ຕີ​ລາ​ຄາຂອງນັກຊ່ຽວຊານ Georgy Borey, ເຊິ່ງແມ່ນໜຶ່ງໃນ​ບັນ​ດາ​ຜູ້ພັດທະນາແບບວິທີການປະຕິບັດງົບປະມານ​ສະ​ຫະພັນ​ຂອງ ລັດເຊຍ ຜ່ານລະບົບຄັງເງິນສະ​ຫະ​ລັດ ແຕ່ປີ 1995 ຮອດ​ປີ 2000.

ທ່ານ Georgy Borey ໄດ້ເນັ້ນໜັກເປັນພິເສດຕໍ່ອຸດສາຫະກຳປີໂຕຣເຄມີ, ​ຖື​ນີ້​ແມ່ນຂະແໜງທີ່​ຫາກໍ່​ໄດ້​ຂຸດ​ຄົ້ນ​ສ່ວນ​ໜ້ອຍ​ໃນ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນເທົ່ານັ້ນ. ​ໃນ​ທັງ​ໝົດ​ລະ​ບົບ​ຜະ​ລິດ, ການຂຸດຄົ້ນພຽງແຕ່ແມ່ນບາດກ້າວ​ເລີ່ມ​ຕົ້ນ​ເທົ່າ​ນັ້ນ. ທ່ານຍັງ​ໃຫ້​ຮູ້​ວ່າ ວົງ​ເງິນການຄ້າລະຫວ່າງສະຫະພາບເສດຖະກິດ ເອີລົບ (EAEU) ແລະ ຫວຽດນາມ ບັນລຸ 8.3 ຕື້ USD ໃນປີ 2025. ທ່ານ Borey ຊີ້ໃຫ້ເຫັນວ່າ ຂະ​ແໜງອຸດສາຫະກຳປີໂຕຣເຄມີ​ໄດ້ສ້າງມູນຄ່າເພີ່ມທົບຫຼາຍ​ເທົ່າ​ເມື່ອ​ທຽບ​ໃສ່ນ້ຳມັນດິບ. ປະຈຸບັນ, ຫວຽດນາມ ພວມນຳເຂົ້າຜະລິດຕະພັນ​ປີໂຕຣເຄມີ​ຫຼາຍ​ພໍ​ສົມ​ຄວນ. ເລື່ອງ​ຫັນ​ການຜະລິດ​ພາຍ​ໃນ​ປະ​ເທດ​ດ້ວຍເຕັກໂນໂລຢີຂອງ ລັດ​ເຊຍ ຈະຊ່ວຍຫຼຸດຜ່ອນສະ​ພາບ​ຕ້ອງເອື່ອຍ​ອີງ​ໃສ່ການນຳເຂົ້າ ແລະ ຮັບປະກັນຄວາມ​ໝັ້ນ​ຄົງດ້ານເສດຖະກິດ.


top