ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນ ການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ
ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: VNA)
ຕອນບ່າຍວັນທີ 30 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດ ອາຊຽນ ທີ່ເຂົ້າຮ່ວມກອງປະຊຸມການນຳບັນດາອົງການປະຕິບັດກົດໝາຍ ອາຊຽນ ກ່ຽວກັບການຮ່ວມມືຕໍ່ສູ້, ຕ້ານອາດຊະຍາກຳຫຼົບໜີ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ມານະພະຍາຍາມເພື່ອພ້ອມກັບບັນດາປະເທດສະມາຊິກປັບປຸງຄວາມສາມັກຄີ, ເຄົາລົບກົດໝາຍ, ສົນທະນາ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ຢ່າງແທ້ຈິງ. ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີວ່າ:
“ພວກເຮົາຈະສືບຕໍ່ເພີ່ມທະວີການລົງນາມໃນສັນຍາສອງຝ່າຍກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ, ມອບ - ສົ່ງນັກໂທດທີ່ພວມປະຕິບັດຄຳຕັດສິນຈຳຄຸກລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ ອາຊຽນ. ຊຸກຍູ້ການສ້າງລະບຽບການໃຫ້ສັດຕະຍາບັນສັນຍາ ອາຊຽນ ໃຫ້ສຳເລັດໂດຍໄວ, ເພື່ອສ້າງຂອບນິຕິກຳສະດວກ ແລະ ເຂັ້ມແຂງກວ່າໃຫ້ແກ່ບັນດາປະເທດ ອາຊຽນ ໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ, ພິເສດແມ່ນອາດຊະຍາກຳຖືກໄລ່ຈັບ.”
ຈຸດເດັ່ນຂອງກອງປະຊຸມນີ້ແມ່ນບັນດາປະເທດໄດ້ເປັນເອກະພາບກ່ຽວກັບຫຼັກການຕໍ່ແຜນການປະຕິບັດການເຄື່ອນໄຫວລວມ ແລະ ຮັບຮອງເອົາຖະແຫຼງການຮ່ວມ.
(ແຫຼ່ງຄັດຈາກ VOV)