ທ່ານເລຂາທິການໃຫຍ່, ປະທານາປະເທດ ໂຕເລີມ ກໍ່ຊີ້ໃຫ້ແຈ້ງວຽກງານ ເຊື່ອມໂຍງເຂົ້າກັບສາກົນ ແລະ ການເຄື່ອນໄຫວດ້ານທູດປ້ອງກັນຊາດຕ້ອງໄດ້ຮັບການຍົກສູງຂຶ້ນໃຫ້ມີປະສິດທິຜົນ.
ທ່ານເລຂາທິການໃຫຍ່, ປະທານາປະເທດ ໂຕເລີມ, ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)
ຕອນເຊົ້າວັນທີ 30 ກັນຍາ, ຢູ່ ຮ່າໂນ້ຍ, ຄະນະພັກການທະຫານສູນກາງ
ອາຍຸການ 2025-2030 ໄດ້ຈັດກອງປະຊຸມເທື່ອທີ 3 ເພື່ອຕີລາຄາໝາກຜົນຂອງການປະຕິບັດໜ້າທີ່ດ້ານການທະຫານ ແລະ ປ້ອງກັນຊາດໃນໄຕມາດທີ 3 ແລະ ທິດທາງໃນໄຕມາດທີ 4 ຂອງປີ 2026. ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເລຂາ ຄະນະພັກການທະຫານສູນກາງເປັນປະທານກອງປະຊຸມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕັ້ງໜ້າປ່ຽນແປງໃໝ່, ຍົກສູງປະສິດທິຜົນ, ປະສິດທິພາບ, ສະມັດຕະພາບຂອງບັນດາມາດຕະການແກ້ໄຂເພື່ອສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງທາງດ້ານການເມືອງ; ກໍ່ສ້າງອົງຄະນະພັກໃຫ້ປອດໃສ, ເຂັ້ມແຂງຢ່າງຮອບດ້ານ; ເຮັດວຽກງານການສຶກສາທາງດ້ານການເມືອງ, ແນວຄິດເປັນປະຈຳໃຫ້ເປັນຢ່າງດີ, ຍົກສູງຄຸນນະພາບດ້ານການເມືອງ.
ທ່ານເລຂາທິການໃຫຍ່, ປະທານາປະເທດ ໂຕເລີມ ກໍ່ຊີ້ໃຫ້ແຈ້ງວຽກງານ ເຊື່ອມໂຍງເຂົ້າກັບສາກົນ ແລະ ການເຄື່ອນໄຫວດ້ານທູດປ້ອງກັນຊາດຕ້ອງໄດ້ຮັບການຍົກສູງຂຶ້ນໃຫ້ມີປະສິດທິຜົນ. ພິເສດ, ເປັນເຈົ້າການກະກຽມ, ຈັດງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ ເທື່ອທີ 3 ໃນປີ 2026 ຢ່າງລອບຄອບທີ່ຖ້ວນ, ປະກອບສ່ວນໂຄສະນາ, ຍົກສູງທີ່ຕັ້ງ, ອິດທິພົນຊື່ສຽງສາກົນຂອງກອງທັບປະຊາຊົນ ຫວຽດນາມ ແລະ ປະເທດຊາດ; ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຜັນຂະຫຍາຍບັນດາໜ້າທີ່ຮັບໃຊ້ກອງປະຊຸມສຸດຍອດ APEC 2027 ຢ່າງມີປະສິດທິຜົນ.