• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມພ້ອມແລ້ວຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່

      ດ້ວຍຂອບຂະໜາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງຫວຽດນາມ ບົນເວທີປາໄສສາກົນ ແລະ ພາກພື້ນພວມໄດ້ຮັບການຍົກຂຶ້ນສູ່ລະດັບສູງໃໝ່ ແລະ ຫວຽດນາມ ພ້ອມແລ້ວຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໋ຢຸງ
(ພາບປະກອບ: TTXVN)
      ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໋ຢຸງ ໃນການແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ກ່ຽວກັບແງ່ຫວັງດ້ານເສດຖະກິດຫວຽດນາມ ໃນປີ 2018.
        ຕາມທ່ານລັດຖະມົນຕີແລ້ວ, ປີ 2018, ໃນສະພາບທີ່ສາກົນຈະມີການຜັນແປຫຼາຍຢ່າງທີ່ສັບສົນ, ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ, ອັນໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງພື້ນຖານເສດຖະກິດຫວຽດນາໝ. ແຕ່ເຖິງຢ່າງໃດກໍ່ຕາມ, ພ້ອມກັບບັນດາສິ່ງທ້າທາຍນັ້ນ, ກາລະໂອກາດອັນໃຫຍ່ຫຼວງແມ່ນທ່າສະດວກຂອງພື້ນຖານເສດຖະກິດປີ 2017 ຈະສືບຕໍ່ໃນປີ 2018 ແລະ ໃນຊຸມປີຕໍ່ໆໄປ. ນີ້ແມ່ນໝາກຜົນຂອງວິວັດການປະຕິຮູບ, ຂອງບັນດາແຜນນະໂຍບາຍ, ນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດ ເຊິ່ງໄດ້ຮັບການປະຕິບັດມາເປັນເວລາຫຼາຍປີແລ້ວ ແລະ ພວມກ້າວເຂົ້າສູ່ຊີວິດຕົວຈິງ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ.
        ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈິ໋ຢຸງ ຖືວ່າ, ເພື່ອປະຕິບັດໄດ້ບັນດາໜ້າທີ່, ມາດຕະການແກ້ໄຂເຊິ່ງລັດຖະບານ ແລະ ນາຍົກລັດຖະມົນຕີໄດ້ວາງອອກນັ້ນ, ຄວນສຸມໃສ່ເຂົ້າໃນບາງມາດຕະການແກ້ໄຂທີ່ສຳຄັນ. ນັ້ນແມ່ນ: ກຳແໜ້ນກາລະໂອກາດ ແລະ ສ້າງກາລະໂອກາດໃໝ່, ເປັນເຈົ້າການ, ມີໄຫວພິບ…
        ໄປຄຽງຄູ່ກັນນັ້ນ,  ແມ່ນຍູ້ແຮງການເຊື່ອມຕໍ່ລະຫວ່າງວິສາຫະກິດຢູ່ພາຍໃນປະເທດ ກັບວິສາຫະກິດຕ່າງປະເທດ, ໜູນຊ່ວຍ, ເພີ່ມເຕີ່ມໃຫ້ແກ່ກັນເພື່ອພ້ອມກັນພັດທະນາ. ນອກນັ້ນ, ຄວນສືບຕໍ່ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top