• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມກວດກາຄືນນະໂຍບາຍການຄ້າຄັ້ງທີ 2 ຂອງມຽນມາ ຢູ່ WTO

      ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກັບມຽນມາ ໃນໄລຍະຈະມາເຖິງກວ່າອີກ.
ທ່ານນາງເອກອັກຄະລັດຖະທູດ ເລທິຕ໊ວຽດມາຍ
(ພາບ: TTXVN)
      ກອງປະຊຸມກວດກາຄືນນະໂຍບາຍການຄ້າຄັ້ງທີ 2 ຂອງ ມຽນມາ ສຳລັບໄລຍະ 2015 – 2020 ຫາກໍ່ດຳເນີນຢູ່ສຳນັກງານອົງການການຄ້າໂລກ (WTO) ຢູ່ເຊີແນວ, ປະເທດສະວິດ. ກອງປະຊຸມໄດ້ຈັດຕາມຮູບແບບໂດຍກົງສົມທົບກັບທາງອອນລາຍ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງເອກອັກຄະລັດຖະທູດ ເລທິຕ໊ວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, WTO ແລະ ບັນດາອົງການຈັດຕັ້ງອື່ນໆຢູ່ເຊີແນວ ເນັ້ນໜັກວ່າ: ດ້ວຍບົດບາດເປັນປະເທດຖານບ້ານໃກ້ເຮືອນຄຽງ ແລະ ແມ່ນໜຶ່ງໃນຈຳນວນ 10 ປະເທດຄູ່ຮ່ວມມືໃຫຍ່ທີ່ສຸດສຳລັບດ້ານການຄ້າ - ການລົງທຶນຂອງມຽນມາ, ຫວຽດນາມ ປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກັບມຽນມາ ໃນໄລຍະຈະມາເຖິງກວ່າອີກ. ທ່ານນາງ ເລທິຕ໊ວຽດມາຍ, ກໍ່ຊີ້ແຈ້ງວ່າ, ຫວຽດນາມ ສະແດງຄວາມຊົມເຊີຍ ມຽນມາ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມວິວັດທະນາການເຊື່ອມໂຍງຢູ່ພາກພື້ນ, ໃນນັ້ນມີເລື່ອງພ້ອມກັບບັນດາປະເທດອາຊຽນ, ສ.ເກົາຫຼີ, ຍີ່ປຸ່ນ, ນິວຊີແລນ, ອົດສະຕາລີ ແລະ ຈີນ ປະຕິບັດສຳເລັດການເຈລະຈາ ແລະ ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP) - ເຊິ່ງແມ່ນຂີດໝາຍສຳຄັນຂອງການຮ່ວມມືດ້ານການຄ້າຢູ່ພາກພື້ນ; ພ້ອມກັນນັ້ນ ຫວຽດນາມ ກໍ່ອວຍພອນໃຫ້ ມຽນມາ ຈົ່ງບັນລຸຜົນສຳເລັດໃນກອງປະຊຸມກວດກາຄືນນະໂຍບາຍດ້ານການຄ້ານີ້.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top