• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊົມເຊີຍປະຊາຄົມສາກົນ ແບ່ງປັນວັກຊິນກັນພະຍາດໂຄວິດ - 19

      ຕອນບ່າຍວັນທີ 8 ກໍລະກົດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການຖະແຫຼງຂ່າວນັດສາມັນປະຈຳເດືອນ ກໍລະກົດ ແບບທາງໄກ, ເພື່ອແຈ້ງໃຫ້ຊາບກ່ຽວກັບບັນຫາບັນຫາການຕ່າງປະເທດທີ່ໜ້າສົນໃຈ, ພິເສດ, ບັນຫາຄວາມໝັ້ນຄົງ, ອະທິປະໄຕທະເລໝູ່ເກາະ ກໍຄືບັນດາທັດສະນະຂອງ ຫວຽດນາມ ໃນການຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດໂຄວິດ - 19 ທີ່ພວມແຜ່ລະບາດໃນທົ່ວໂລກ.
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VOV)
      ໃນການຖະແຫຼງຂ່າວ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍ, ຕີລາຄາສູງ ຕໍ່ການໜູນຊ່ວຍຂອງ ສປຊ, ບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ໃນການໜູນຊ່ວຍ, ແບ່ງປັນວັກຊິນ ໃຫ້ແກ່ ຫວຽດນາມ ເພື່ອສະກັດກັ້ນໂລກລະບາດ. ທ່ານນາງກ່າວວ່າ:
        “ໃນສະພາບການໂລກລະບາດມີການຜັນແປຢ່າງສັບສົນ, ຫວຽດນາມ ຂໍສະແດງຄວາມຊົມເຊີຍ, ຕີລາຄາສູງ ແລະ ປາດຖະໜາວ່າ ບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ຄວນຍົກສູງນ້ຳໃຈສາມັກຄີ, ຄວາມຮັບຜິດຊອບ, ເພີ່ມທະວີການແບ່ງປັນຂໍ້ມູນ, ເຕັກໂນໂລຢີ, ການເງິນ, ສາທາລະນະສຸກ, ພິເສດແມ່ນວັກຊິນ ເພື່ອພ້ອມກັນປ້ອງກັນ, ຄວບຄຸມໂລກລະບາດ, ກັບຄືນສູ່ສະພາບເປັນປົກກະຕິໂດຍໄວ. ຫວຽດນາມ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 Astra Zeneca ຈຳນວນ 4,4 ລ້ານໂດສ, ວັກຊິນ Spunik V 2000 ໂດສ, ວັກຊິນ Sinopham 500 ໂດສ, ວັກຊິນ Pfizer ເກຶອບ 100.000 ໂດສ ແລະ ໃນໄລຍະຈະມາເຖິງ ຈະຮັບວັກຊິນ Moderna ຈຳນວນ 2 ລ້ານໂດສ ອີກດ້ວຍ”.
ທ່ານນາງ ເລທິທູຮັ່ງ ກໍແບ່ງປັນວ່າ, ດ້ວຍເນື້ອໃນຈິດໃຈຄວາມຮັບຜິດຊອບຮ່ວມແຮງຮ່ວມໃຈ ພ້ອມກັບປະຊາຄົມສາກົນຄວບຄຸມໂລລະບາດ, ຫວຽດນາມ ກໍໄດ້ປະກອບສ່ວນຈຳນວນເງິນ 500.000 USD  ເຂົ້າໃນກົນໄກ COVAX.
(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top