ຂ່າວສານ
ສະຫາຍເລຂາທິການໃຫຍ່ ໂຕເລີມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າວາງພວງມາລາ ໄວ້ອາໄລ ສະຫາຍ ຄຳໄຕ ສີພັນດອນ
ວັນທີ 3 ເມສາ, ໄດ້ຮັບຂ່າວການເຖິງແກ່ມໍລະນະກຳຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ, ອະດີດປະທານພັກປະຊາຊົນປະຕິວັດ ລາວ, ອະດີດປະທານປະເທດ, ອະດີດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ຫວຽດນາມ ເດີນທາງໄປເຂົ້າຮ່ວມພິທີການໄວ້ອາໄລ ສະຫາຍ ຄຳໄຕ ສີພັນດອນ.
ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່ ໂຕເລີມ ຍັງໄດ້ມີການພົບປະກັບສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ສະຫາຍນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສອນໄຊ ສີພັນດອນ.
ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນ ຫວຽດນາມ, ສະຫາຍເລຂາທິການໃຫຍ່ ໂຕເລີມ ສະແດງຄວາມເສົ້າສະຫຼົດໃຈຕໍ່ການຈາກໄປຂອງ ສະຫາຍ ຄຳໄຕ ສີພັນດອນ ແລະ ສົ່ງເຖິງບັນດາສະຫາຍຜູ້ນຳຂັ້ນສູງຂອງ ລາວ, ປະຊາຊົນ ລາວ ທັງໝົດ ແລະ ຄອບຄົວຂອງ ສະຫາຍ ຄຳໄຕ ສີພັນດອນ ຄຳສະແດງຄວາມເສຍໃຈຢ່າງສຸດຊຶ້ງ.