ໃນລະຫວ່າງວັນທີ 13 – 14 ທັນວາ, ຢູ່ໃນບໍລິເວນຫໍວັດທະນະທຳ ບ້ານ 10 – 10, ເຂດເສດຖະກິດພິເສດ ເວິນດົນ, ແຂວງ ກວາງນິງ ໄດ້ດຳເນີນງານບິນ ໝາກກ້ຽງ ເວິນດົນ ປີ 2025 ດ້ວຍຫົວຂໍ້ “ລະດູແຫ່ງຄວາມມ່ວນຊື່ນ”.
ບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງ (ພາບ: nongnghiepmoitruong.vn)
ງານບຸນລວມມີຫຼາຍກິດຈະກຳ, ເຊັ່ນ: ການເຄື່ອນໄຫວທັດສະນະສຶກສາ, ຢ້ຽມຊົມສວນໝາກກ້ຽງຂອງຄອບຄົວປູກໝາກກ້ຽງຢ່າງມີປະສິດທິຜົນ; ແລກປ່ຽນກິລາ, ການລະຫຼີ້ນພື້ນເມືອງ ຄື ດຶງເຊືອກ, ຍູ້ໄມ້…); ຢ້ຽມຊົມ, ຊື່ເຄື່ອງຂອງຢູ່ຮ້ານວາງຂາຍສິນຄ້າໃນ “ຕະຫຼາດຊົນນະບົດ” ເຊິ່ງລວມມີໝາກກ້ຽງ, ບັນດາຜະລິດຕະພັນ OCOP, ຜະລິດຕະພັນກະເສດຂອງທ້ອງຖິ່ນ. ຈຸດພົ້ນເດັ່ນໃນງານບຸນດັ່ງກ່າວແມ່ນການແຂ່“ຂັນພາຍໃຕ້ຫົວຂໍ້ຕ່າງໆກ່ຽວກັບໝາກກ້ຽງ.
ບັນດາຜູ້ແທນຕັດແຖບຜ້າໄຂງານບຸນ (ພາບ: nongnghiepmoitruong.vn)
ປີ 2025 ສ້າງຂີດໝາຍແມ່ນປີທີ 3 ທີ່ງານບຸນໝາກກ້ຽງເວິນດົນໄດ້ຮັບການຈັດຕັ້ງ, ແນໃສ່ສືບຕໍ່ເຊີດຊູຄຸນຄ່າຂອງອາຊີບປູກໝາກກ້ຽງ; ພ້ອມທັງເພີ່ມທະວີການໂຄສະນາ, ແນະນຳ ແລະ ເປີດກວ້າງໂອກາດສົ່ງເສີມການຄ້າ, ບໍລິໂພກສິນຄ້າ, ນໍາເຄື່ອງໝາຍໝາກກ້ຽງ ເວິນດົນ ເປັນທີ່ຮູ້ຈັກຂອງຜູ້ບໍລິໂພກທັງຢູ່ພາຍໃນ ແລະ ນອກແຂວງຫຼາຍກວ່າ. ງານບຸນກໍແມ່ນກິດຈະກຳຕອບສະໜອງບັ້ນກະຕຸ້ນການທ່ອງທ່ຽວປີ 2025 ຂອງແຂວງ ກວາງນິງ, ພ້ອມທັງສະເຫຼີມສະຫຼອງ 77 ວັນແຫ່ງວັນສ້າງຕັ້ງ ເວິນດົນ (26/12/1948 – 26/12/2025).
(ແຫຼ່ງຄັດຈາກ VOV)