• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ປູ​ເຈຍ ປິດ​ປະ​ຕູ​ດ່ານ​ຊາຍ​ແດນ​ທັງ​ໝົດ​ກັບ ໄທ

ວັນທີ 13 ທັນວາ, ລັດຖະບານ ລາຊະອານາຈັກ ກຳປູເຈຍ ໄດ້ຕົກລົງຢຸດຕິທຸກການເຄື່ອນໄຫວເຂົ້າ - ອອກຢູ່ບັນດາດ່ານຊາຍແດນລະຫວ່າງປະເທດນີ້ກັບ ໄທ.

 

ປະຊາຊົນກຳປູເຈຍ ຍົກຍ້າຍໄປຍັງບ່ອນປອດໄພ

ຂໍ້ຕົກລົງດັ່ງກ່າວ ມີຜົນສັກສິດໃນທັນທີ ແລະ ຈະໄດ້ຮັບການຈັດຕັ້ງຜັນຂະຫຍາຍຈົນເຖິງເມື່ອມີແຈ້ງການສະບັບໃໝ່. ໃນຂະນະນັ້ນ, ບັນດາຖ້ຽວບິນລະຫວ່າງ ກຳປູເຈຍ ແລະ ໄທ ຍັງເຄື່ອນໄຫວເປັນປົກກະຕິ.

ກ່ອນໜ້ານັ້ນ, ຕອນບ່າຍໃນວັນດຽວກັນ, ທ່ານປະທານສະພາສູງ ກຳປູເຈຍ Hun Sen ສະເໜີໃຫ້ນາຍົກລັດຖະມົນຕີ ແລະ ລັດຖະບານພິຈາລະນາຢຸດຕິທຸກການເຄື່ອນໄຫວໄປມາຫາສູ່ຢູ່ເຂດຊາຍແດນຂອງປະຊາຊົນສອງປະເທດ ກຳປູເຈຍ - ໄທ. ຕາມນັ້ນແລ້ວ, ປະຊາຊົນ ກຳປູເຈຍ ພວມຢູ່ອາໄສຢູ່ ໄທ ສືບຕໍ່ດຳລົງຊີວິດ ແລະ ເຮັດວຽກຢູ່ ໄທ, ໃນຂະນະນັ້ນ, ພົນລະເມືອງ ໄທ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ກຳປູເຈຍ ກໍສືບຕໍ່ຢູ່ ກຳປູເຈຍ ຈົນເຖິງເມື່ອປະຕິບັດຄຳສັ່ງຢຸດຍິງຢ່າງຄົບຖ້ວນ. ຕາມທ່ານ Hun Sen  ແລ້ວ, ມາດຕະການນີ້ ເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ກຳປູເຈຍ ແລະ ໄທ, ພິເສດແມ່ນການເຄື່ອນໄຫວໄປມາຫາສູ່ຢູ່ເຂດຊາຍແດນ. ທ່ານ Hun Sen  ກໍຮຽກຮ້ອງໃຫ້ລັດຖະບານລາຊະອານາຈັກ ໃຫ້ຄວາມເອົາໃຈໃສ່ເຖິງການປົກປັກຮັກສາຄວາມປອດໄພໃຫ້ແກ່ພົນລະເມືອງ ໄທ ທີ່ພວມດຳລົງຊີວິດຢູ່ ກຳປູເຈຍ.

(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top