• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະ​ຊວງ​ຕຳຫຼວດ ມາ​ນະ​ພະ​ຍະ​ຍາມ​ປະ​ຕິ​ບັດ​ສຳ​ເລັດ​ກິດ​ຈະ​ກຳ​ເຮືອນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ກ່ອນ​ວັນ​ທີ 20 ມັງ​ກອນ 2026

ກຳລັງຕຳຫຼວດປະຊາຊົນ ພວມເປັນເຈົ້າພາບກໍ່ສ້າງເຮືອນຫຼັງໃໝ່ເກືອບ 450 ຫຼັງໃຫ້ແກ່ບັນດາແຂວງພາກກາງ ທີ່ຖືກຜົນກະທົບຍ້ອນພາຍຸຝົນຕົກຄັ້ງຜ່ານມາ, ດ້ວຍມູນຄ່າໜູນຊ່ວຍ 50 ລ້ານດົ່ງ (ກວ່າ 1.900 USD/ຫຼັງ).
ຕາງໜ້າຕຳຫຼວດມອບເງິນຊ່ວຍເຫຼືອກໍ່ສ້າງເຮືອນຫຼັງໃໝ່ໃຫ້ແກ່ປະຊາຊົນ (ພາບ: nhandan.vn)
ໃນກອງປະຊຸມຜັນຂະຫຍາຍບັ້ນເຄື່ອນໄຫວ ກວາງຈູງ ຮີບເຮັ່ງສ້າງເຮືອນຫຼັງໃໝ່ໃຫ້ແກ່ປະຊາຊົນມີເຮືອນຖືກເປເພຢ່າງໜັກໜ່ວງຍ້ອນພາຍຸຝົນຕົກ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 13 ທັນວາ, ທ່ານພົນຈັດຕະວາ ຫງວຽນຮົ່ງງວຽນ, ຮອງຫົວໜ້າຫ້ອງການກະຊວງຕຳຫຼວດ, ຮອງຫົວໜ້າຄະນະປະຈຳ ກອງບັນຊາການປ້ອງກັນຕົວພົນລະເຮືອນ, ໄດ້ເນັ້ນໜັກວ່າ ກຳລັງຕຳຫຼວດປະຊາຊົນ ຈະມານະພະຍາຍາມກໍ່ສ້າງສຳເລັດບັນດາກິດຈະກຳເຮືອນຢູ່ໃຫ້ແກ່ປະຊາຊົນກ່ອນວັນທີ 20 ທັງກອນ 2026, ໄວກວ່າ 10 ວັນເມື່ອທຽບໃສ່ກຳນົດເວລາໂດຍລັດຖະບານມອບໝາຍໃຫ້ (ວັນທີ 31 ມັງກອນ 2026) ປະກອບສ່ວນຊ່ວຍປະຊາຊົນກັບຄືນສູ່ການດຳລົງຊີວິດໂດຍໄວ, ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ.

(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top