• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

 ນີ້ແມ່ນກຸ່ມໂຄງການທຳອິດທີ່ຢູ່ ຫວຽດນາມ ທີ່ນຳໃຊ້ເຊື້ອເພີງອາຍແກັດແຫຼວ (LNG) ນຳເຂົ້າ, ເຊິ່ງມີຄວາມໝາຍນຳໜ້າໃນວິວັດທະນາການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ຫັນເປົ້າໝາຍ  Net Zero ໃນປີ 2050 ໃຫ້ປະກົດຜົນເປັນຈິງ.

ທ່ານນາຍົກລັດຖະມົນຕີ ແລະ ບັນດາການນຳເປີດນຳໃຊ້ໂຮງງານໄຟຟ້າ

 ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກເຖິງການນຳເຂົ້າເຄື່ອນໄຫວໂຮງງານໄຟຟ້າອາຍແກັດ ເຍິນແຈກ 3 ແລະ ເຍິນແຈກ 4 ເປັນການຄ້າ, ເຊິ່ງເປັນໂຮງງານໄຟຟ້າ LNG ແຫ່ງທຳອິດຂອງ ຫວຽດນາມ, ໄດ້ຕັ້ງພື້ນຖານໃຫ້ແກ່ຕະຫຼາດໄຟຟ້າອາຍແກັດຂອງປະເທດຊາດ. ພ້ອມດຽວກັນນັ້ນ, ສ້າງຂີດໝາຍສຳຄັນໃນການສ້າງລະບົບພະລັງງານທີ່ຂະຫຍັນຂັນເຄື່ອນ, ສະອາດ, ມີສະຖຽນລະພາບ, ທັນສະໄໝຂອງປະເທດຊາດ ດ້ວຍຕົ້ນທຶນຕ່ຳທີ່ສຸດ; ຂອບຂະໜາດໃຫຍ່ສຸດ; ເຕັກໂນໂລຢີທັນສະໄໝທີ່ສຸດ; ກຳລັງໃຫຍ່ສຸດ; ລາຄາໄຟຟ້າການຄ້າແກ້ງແຍ້ງທີ່ສຸດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ເຫດການນີ້ກໍສ້າງຂີດໝາຍແກ່ການຫັນປ່ຽນໂດຍພື້ນຖານຂອງ ຫວຽດນາມ ກ່ຽວກັບດ້ານຈິດຕະນາການ, ຮູບແບບ ແລະ ທ່າອ່ຽງພັດທະນາແຫຼ່ງພະລັງງານສີຂຽວ, ຍືນຍົງ ແລະ ທັນສະໄໝ; ຫຼຸດຜ່ອນ 40% ການປ່ອຍອາຍພິດກາກບອນ ເມື່ອທຽບໃສ່ໄຟຟ້າຖ່ານຫີນ ແລະ 30% ການປ່ອຍອາຍພິດກາກບອນ ເມື່ອທຽບໃສ່ໄຟຟ້ານ້ຳມັນ(ຈາກແຫຼ່ງພະລັງຟອກຊິວໄປສູ່ແຫຼ່ງພະລັງງານທົດແທນ).

(ແຫຼ່ງຄັດຈາກ VOV)

ກຳ​ປູ​ເຈຍ ປິດ​ປະ​ຕູ​ດ່ານ​ຊາຍ​ແດນ​ທັງ​ໝົດ​ກັບ ໄທ

ກຳ​ປູ​ເຈຍ ປິດ​ປະ​ຕູ​ດ່ານ​ຊາຍ​ແດນ​ທັງ​ໝົດ​ກັບ ໄທ

ວັນທີ 13 ທັນວາ, ລັດຖະບານ ລາຊະອານາຈັກ ກຳປູເຈຍ ໄດ້ຕົກລົງຢຸດຕິທຸກການເຄື່ອນໄຫວເຂົ້າ - ອອກຢູ່ບັນດາດ່ານຊາຍແດນລະຫວ່າງປະເທດນີ້ກັບ ໄທ.

Top