• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ຍົກເລີກ “ບັດເຫຼືອງ” IUU: ວິວັດການປະຕິຮູບຂະແໜງສິນໃນນ້ຳຢ່າງຮອບດ້ານ

ໄທ ໄດ້ເປັນເຈົ້າການເປີດກວ້າງບົດບາດຂອງຕົນ ດ້ວຍການກາຍເປັນສູນປະສານງານຂອງເຄືອຂ່າຍ ອາຊຽນ ຕ້ານການຂຸດຄົ້ນ IUU (AN- IUU).
(ໄທ ໄດ້ຜັນຂະຫຍາຍລະບົບຕິດຕາມກຳປັ່ນຫາປາຜ່ານດາວທຽມ (VMS) ສຳລັບກຳປັ່ນການຄ້າ, ສ້າງຕັ້ງສູນກວດກາທ່າກຳປັ່ນເຂົ້າ - ອອກທ່າ)

ໃນສະພາບການົ່ວໂລກນັບມື້ນັບຖືເປັນສຳຄັນການພັດທະນາແບບຍືນຍົງ ແລະ ປົກປ້ອງຊັບພະຍາກອນທະເລເລື່ອງຄວບຄຸມການເຄື່ອນໄຫວຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ໄດ້ກາຍເປັນມາດຕະຖານບັງຄັບສຳລັບບັນດາປະເທດສົ່ງອອກສິນໃນນ້ຳ. ປີ 2015, ໄທ - ແມ່ນໜຶ່ງໃນບັນດາປະເທດສະໜອງສິນໃນນ້ຳໃຫຍ່ທີ່ສຸດຂອງໂລກ - ຖືກນະກຳມະການ ເອີລົບ (ອີຊີ) ອອກ “ບັດເຫຼືອງ” ກ່າວເຕືອນ ຍ້ອນຍັງບໍ່ທັນຕອບສະໜອງບັນດາຄວາມຮຽກຮ້ອງກ່ຽວກັບການຄຸ້ມຄອງອາຊີບຫາປາຢ່າງຄົບຖ້ວນ. ນີ້ບໍ່ພຽງແຕ່ແມ່ນການກ່າວເຕືອນກ່ຽວກັບຄວາມສ່ຽງເສຍຕະຫຼາດສົ່ງອອກຫຼັກເທົ່ານັ້ນຫາກຍັງແມ່ນກຳລັງໜູນຊຸກຍູ້ການປະຮູບຂະແໜງສິນໃນນ້ຳຢ່າງຮອບດ້ານອີກດ້ວຍ. ຕໍ່ໜ້າສິ່ງທ້າທາຍນັ້ນໄທ ໄດ້ຜັນຂະຫຍາຍໂຄງການປະຕິຮູບຢ່າງເລິກເຊິ່ງກວ້າງຂວາງມີລັກສະນະເປັນລະບົບ ແລະ ຍາວນານ.

ການປະຕິຮູບຢ່າງຮອບດ້ານ: ຈາກກົດໝາຍຕະຫຼອດຮອດເຕັກໂນໂລຊີ

ກົມສິນໃນນ້ຳ ໄທ (ຂຶ້ນກັບກະຊວງກະສິກຳ ແລະ ສະຫະກອນ) ໃຫ້ຮູ້ວ່າ ເພື່ອຕອບສະໜອງຄວາມຮຽກຮ້ອງຂອງ ອີຊີ, ໄທ ໄດ້ດຳເນີນການປະຕິຮູບຢ່າງຮອບດ້ານໃນທຸກຂົງເຂດ. ກ່ຽວກັບດ້ານນິຕິກຳ, ປະເທດນີ້ໄດ້ປະກາດໃຊ້ກົດໝາຍວ່າດ້ວຍສິນໃນນ້ຳຂອງລາດຊະວົງປີ 2015 ແລະ ສະບັບປັບປຸງປີ 2017, ຍົກອອກຂອບນິຕິກຳ ກ່ຽວກັບການອອກໃບອະນຸຍາດ, ການກວດກາ, ປັບໄໝ ແລະ ປົກປ້ອງແຫຼ່ງຜົນປະໂຫຍດຈາກທະເລຢ່າງເຄັ່ງຄັດ. ໄທ ໄດ້ໃຫ້ສັດຕະຍາບັນບັນດາສົນທິສັນຍາສາກົນສຳຄັນຕາມລຳດັບ ເພື່ອຍົກຄວາມສາມາດຄຸ້ມຄອງອາຊີບຫາປາ ແລະ ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານທາງທະເລ, ຄື: UNCLOS, UNFSA, PSMA ແລະ ສົນທິສັນຍາ ILO C188. ກ່ຽວກັບດ້ານເຕັກນິກ, ໄທ ໄດ້ຜັນຂະຫຍາຍລະບົບຕິດຕາມກຳປັ່ນຫາປາຜ່ານດາວທຽມ (VMS) ສຳລັບກຳປັ່ນການຄ້າ, ສ້າງຕັ້ງສູນກວດກາທ່າກຳປັ່ນເຂົ້າ - ອອກທ່າ (PIPO) 30 ແຫ່ງ, ລະບົບຕິດຕາມເອເລັກໂຕນິກຊ່ວຍຄວບຄຸມຈາກການຂຸດຄົ້ນ ຕະຫຼອດຮອດການປຸງແຕ່ງ ແລະ ສົ່ງອອກ, ຮັບປະກັນລັກສະນະໂປ່ງໃສ ແລະ ຄວາມສາມາດກວດກາທາງໄກ.

ີ ຍົກເລີກ “ບັດເຫຼືອງ”: ຮັບຮູ້ຄວາມມານະພະຍາຍາມ ແລະ ຄຳໝັ້ສັນຍາ

ວັນທີ 08 ມັງກອນ 2019, ອີຊີ ໄດ້ຍົກເລີກ “ບັດເຫຼືອງ” ໃຫ້ແກ່ ໄທຢ່າງເປັນທາງການ, ຮັບຮອງວ່າ ປະເທດນີ້ບັນລຸມາດຕະຖານສາກົນກ່ຽວກັບການຄຸ້ມຄອງອາຊີບຫາປາ, ການຕິດຕາມຕົ້ນກຳເນີດ ແລະ ການປົກປ້ອງຜູ້ອອກແຮງງານ. ພາຍຫຼັງທີ່ໄດ້ຮັບການຍົກເລີກ “ບັດເຫຼືອງ” ຈາກ ອີຊີ ຢ່າງເປັນທາງການໃນປີ 2019, ໄທ ບໍ່ພຽງແຕ່ຮັກສາບັນດາມາດຕະການທີ່ມີຢູ່ແລ້ວເທົ່ານັ້ນ, ຫາກຍັງສືບຕໍ່ປັບປຸງ ແລະ ຫັນລະບົບປ້ອງກັນ, ຕ້ານການຄຸດຄົ້ນ IUU ທັງໝົດເປັນລະບອບລະບຽບການ.

ລັດຖະບານ ໄທ ກໍ່ຫັນນະໂຍບາຍ “IUU-Free Thailand” ເປັນທາງການ ຄືດັ່ງຄຳໝັ້ນສັນຍາແຫ່ງຊາດ, ສະແດງໃຫ້ເຫັນຄວາມຕັດສິນໃຈຮັກສາບັນດາມາດຕະຖານກ່ຽວກັບການຕິດຕາມຕົ້ນກຳເນີດ ແລະ ປະຕິບັດກົດໝາຍໃນຂົງເຂດສິນໃນນ້ຳ. ແຜນການກະທຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນ IUU (NPOA-IUU) ສືບຕໍ່ອັບເດດ, ບໍ່ພຽງແຕ່ສືບຕໍ່ປະຕິບັດບັນດາມາດຕະການແກ່ນສານທີ່ໄດ້ຮັບການຜັນຂະຫຍາຍເທົ່ານັ້ນ ຫາກຍັງເຕົ້າໂຮມບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ພິເສດແມ່ນເປົ້າໝາຍກ່ຽວກັບການປົກປັກຮັກສາ ແລະ ນຳໃຊ້ມະຫາສະໝຸດ ແລະ ຊັບພະຍາກອນທະເລແບບຍືນຍົງອີກດ້ວຍ. ພ້ອມກັນນັ້ນ, ແຜນການດັ່ງກ່າວກໍ່ເນັ້ນໜັກເຖິງບົດບາດຂອງ ໄທ ໃນການຊຸກຍູ້ການຮ່ວມມືຢູ່ພາກພື້ນ, ພິເສດແມ່ນໃນຂອບເຂດ ອາຊຽນ.

ທາງດ້ານສາກົນ, ໄທ ໄດ້ເປັນເຈົ້າການເປີດກວ້າງບົດບາດຂອງຕົນ ດ້ວຍການກາຍເປັນສູນປະສານງານຂອງເຄືອຂ່າຍ ອາຊຽນ ຕ້ານການຂຸດຄົ້ນ IUU (AN- IUU). ນີ້ແມ່ນຂໍ້ລິເລີ່ມພາກພື້ນ ເພື່ອແນໃສ່ເພີ່ມທະວີການແບ່ງປັນຂໍ້ມູນ, ສົມທົບກັນກວດກາກຳປັ່ນຫາປາ ແລະ ຊຸກຍູ້ມາດຕະຖານລວມໃນການຄຸ້ມຄອງອາຊີບຫາປາລະຫວ່າງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້.

ກ່ຽວກັບການລົງທຶນ, ລັດຖະບານ ໄທ ໄດ້ສະໜອງງົບປະມານກ້ອນໃຫຍ່ເພື່ອຍົກສູງຄວາມສາມາດປະຕິບັດບັນດາມາດຕະການຕ້ານການຂຸດຄົ້ນ IUU. ງົບປະມານນີ້ສ່ວນໜຶ່ງໃນແມ່ນນຳໃຊ້ເພື່ອພັດທະນາບັນດາເຄື່ອງມືເຕັກໂນໂລຊີສູງ, ໃນນັ້ນພົ້ນເດັນແມ່ນລະບົບກວດກາທ່າກຳປັ່ນ (Port State Measures Tool – PSM Tool) ຮ່ວມມືກັບອົງການ OceanMind - ເຊິ່ງເປັນອົງການປອດກຳໄລ ມີສຳນັກງານຕັ້ງຢູ່ ລາຊະອານາຈັກ ອັງກິດ, ໜູນຊ່ວຍບັນດາລັດຖະບານ ແລະ ວິສາຫະກິດໃນການຕິດຕາມກວດກາ ແລະ ປະຕິບັດບັນດາຂໍ້ກຳນົດເພື່ອແນໃສ່ປົກປ້ອງອາຊີບຫາປາ ແລະ ມະຫາສະຫມຸດ. ເຄື່ອງມືນີ້ອະນຸຍາດໃຫ້ ໄທ ເປັນເຈົ້າການ ໄຈ້ແຍກຂໍ້ມູນກຳປັ່ນຫາປາສາກົນ, ຕີລາຄາຄວາມສ່ຽງ ແລະ ຕັດສິນການກວດກາກຳປັ່ນຕ່າງປະເທດແບບອັດຕະໂນມັດຢ່າງ ມີປະສິດທິຜົນກວ່າ.

ຈາກປະເທດຖືກກ່າວເຕືອນກາຍເປັນແບບຢ່າງຢູ່ພາກພື້ນ

ໄທ ໄດ້ຫັນປ່ຽນຈາກປະເທດທີ່ຖືກກ່າວເຕືອນໄປສູ່ປະເທດເປັນແບບຢ່າງຂອງພາກພື້ນກ່ຽວກັບການຄຸ້ມຄອງອາຊີບຫາປາແບບຍືນຍົງ. ເລື່ອງລາວກ່ຽວກັບການປະຕິຮູບຂອງ ໄທ ແມ່ນຫຼັກຖານໃຫ້ແກ່ຄຳໝັ້ນສັນຍາດ້ານການເມືອງຢ່າງແຮງ, ການປະຕິຮູບລະບອບລະບຽບການ ແລະ ການຮ່ວມມືສາກົນ ອາດສາມາດຊ່ວຍປະເທດໜຶ່ງຜ່ານຜ່າວິກິດການ, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈ ແລະ ພັດທະນາຢ່າງຍາວນານ. ການຮັກສາບັນດາມາດຕະຖານສູງກ່ຽວກັບກົດໝາຍ, ການຕິດຕາມກວດກາຕົ້ນກຳເນີດ ແລະ ການປົກປ້ອງຜູ້ອອກແຮງງານ ບໍ່ພຽງແຕ່ຊ່ວຍປົກປ້ອງແຫຼ່ງຜົນປະໂຫຍດຈາກທະເລເທົ່ານັ້ນ, ຫາກຍັງປັບປຸງຖານະບົດບາດສາກົນ ແລະ ການພັດທະນາເສດຖະກິດແບບຍືນຍົງອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ເປີດ​ນຳ​ໃຊ້​ໂຮງ​ງານ​ໄຟ​ຟ້າ LNG ແຫ່ງ​ທຳ​ອິດ​ຂອງ ຫວຽດ​ນາມ: ຕັ້ງ​ພື້ນ​ຖານ​ໃຫ້​ແກ່​ຕະຫຼາດ​ໄຟ​ຟ້າ​ອາຍ​ແກັດ​ຂອງ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 14 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້, ເປີດການບໍລິການການຄ້າສຳລັບໂຮງງານໄຟຟ້າ ເຍິນແຈກ 3 ແລະ ໂຮງງານໄຟຟ້າ ເຊີນແຈກ 4 ຢູ່ແຂວງ ດົ່ງນາຍ.

Top