ຂ່າວສານ
ວຽກງານປ້ອງກັນຕ້ານການສໍ້ຫຼາດບັງຫຼວງ, ການຟຸມເຟືອຍ, ໄພຫຍໍ້ທໍ້ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງແຮງ, ມີປະສິດທິຜົນກ່ວາອີກ
ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູງການກ່ຽວກັບວຽກງານປ້ອງກັນຕ້ານການສໍ້ຫຼາດບັງຫຼວງ, ການຟຸມເຟືອບ, ໄພຫຍໍ້ທໍ້ ໄດ້ຈັດກອງປະຊຸມຄັ້ງທີ 28 ເພື່ອປຶກສາຫາລື, ປະກອບຄຳເຫັນໃສ່ບົດລາຍງານສະພາບການ, ໝາກຜົນຂອງການເຄື່ອນໄຫວຂອງຄະນະຊີ້ນຳໃນ 6 ເດືອນຜ່ານມາ ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມໃນ 6 ເດືອນທ້າຍປີ ພ້ອມກັບບາງເນື້ອໃນສຳຄັນອື່ນໆ. ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ, ຫົວໜ້າຄະນະຊີ້ນຳເປັນປະທານກອງປະຊຸມ.
ໃນໄລຍະຈະມາເຖິງ, ຄະນະຊີ້ນຳຮຽກຮ້ອງສືບຕໍ່ຜັນຂະຫຍາຍວຽກງານຕ້ານການສໍ້ຫຼາດບັງຫຼວງ, ການຟຸມເຟືອຍ, ໄພຫຍໍ້ທໍ້ຢ່າງແຮງ, ຂຽວຂາດ, ມີປະສິດທິຜົນກ່ວາອີກ. ສຸມໃສ່ປະຕິບັດສຳເລັດການສຳຫຼວດກວດຄືນ, ຫັນເປັນລະບອບລະບຽບການບັນດາແຜນນະໂຍບາຍ, ທັດສະນະໃນການປ້ອງກັນຕ້ານການສໍ້ຫຼາດບັງຫຼວງ, ໄພຫຍໍ້ທໍ້, ການຟຸມເຟືອຍທີ່ໄດ້ປະກາດໃຊ້ນັບແຕ່ຕົ້ນອາຍຸການ XIII ຂອງພັກມາຮອດປັດຈຸບັນ.