ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ລາວ ໃນວັນທີ 22 ທັນວາ, ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດຮອງນາຍົກລັດຖະມົນຕີລາວ, ໄດ້ສະແດງຄວາມເຄົາລົບນັບຖືຢ່າງເລິກເຊິ່ງຕໍ່ຄຸນນະທາດ, ພຸມປັນຍາ ແລະ ຄວາມຢຶດໝັ້ນຂອງພັກກອມມູນິດ ຫວຽດນາມ ໃນຕະຫຼອດໄລຍະນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກ, ພັດທະນາເທື່ອລະກ້າວ.
ຕາມທ່ານສົມສະຫວາດ ແລ້ວ, ໜຶ່ງໃນບັນດາຜົນສຳເລັດອັນພົ້ນເດັ່ນຂອງ ຫວຽດນາມ ໃນ 40ປີແຫ່ງການປ່ຽນແປງໃໝ່ ນັ້ນແມ່ນການສ້າງແນວທາງພັດທະນາເສດຖະກິດທີ່ເໝາະສົມ, ປະສານສົມທົບຢ່າງແໜ້ນແຟ້ນລະຫວ່າງການປ່ຽນແປງໃໝ່ຈິນຕະນາການເສດຖະກິດກັບການຮັກສາສະຖຽນລະພາບດ້ານການເມືອງ - ສັງຄົມ. ພ້ອມດຽວກັນນັ້ນ, ຫວຽດນາມ ໄດ້ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ມີໄຫວພິບ, ສອດຄ່ອງກັບສະພາບການພາກພື້ນ ແລະ ໂລກ. ຍ້ອນບັນດານະໂຍບາຍທີ່ຖືກຕ້ອງນັ້ນ ໄດ້ຊ່ວຍໃຫ້ ຫວຽດນາມ ລະດົມກຳລັງແຮງສັງລວມນັບທັງຢູ່ພາຍໃນປະເທດ ແລະ ສາກົນ, ຍາດແຍ່ງແຫຼ່ງກຳລັງຢ່າງສຸດຂີດໃຫ້ແກ່ການພັດທະນາ.
ທ່ານອະດີດຮອງນາຍົກລັດຖະມົນຕີ ລາວ ກໍໄດ້ເນັ້ນໜັກເປັນພິເສດເຖິງຄວາມໝາຍຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຢ່າງຮອບດ້ານ ແລະ ຍຸດທະສາດລະຫວ່າງສອງປະເທດ ຫວຽດນາມ - ລາວອີກດ້ວຍ./.







