• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:
1. ສ ອາເມລິກາ ນຳໃຊ້ມາດຕະການພາສີຕອບໂຕ້ ເຮັດໃຫ້ຄວາມເຄັ່ງ ຕຶງ ທາງດ້ານ ການຄ້າທົ່ວໂລກເພີ່ມຂຶ້ນ 
ທິວທັດທ່າເຮືອສິນຄ້າ ລອງບີດ ຢູ່ Los Angeles, ສ ອາເມລິກາ. ພາບ: ຊີນຮົວ/VNA

ໃນວັນທີ 2 ເມສາ, ປະທານາທິບໍດີ Donald Trump ແຫ່ງ ສະຫະລັດ ອາເມລິກາ ໄດ້ປະກາດນຳໃຊ້ພາສີຕອບໂຕ້ ແຕ່ 10 - 49% ຕໍ່ກັບສິນ ຄ້າ ນຳເຂົ້າ ເກືອບທັງໝົດ ເພື່ອແນໃສ່ປົກປ້ອງສິນຄ້າ ຜະລິດພາຍໃນປະ ເທດ. ສິ່ງນີ້ ໄດ້ເຮັດໃຫ້ລະບຽບການຄ້າທົ່ວໂລກ ມີຄວາມປັ່ນປ່ວນ, ຕ່ອງ ໂສ້ການສະໜອງຖືກຢຸດສະງັກ ແລະ ເຮັດໃຫ້ລາຄາຄຳ ສູງຂຶ້ນເປັນ ປະ ຫວັດການ. ບັນດາພື້ນຖານເສດຖະກິດ ຕ້ອງໄດ້ປັບປຸງນະໂຍບາຍ ເພື່ອ ຮັບມື ແລະ ຊຸກຍູ້ການເຈລະຈາ ເພື່ອບັນລຸບັນດາຂໍ້ຕົກລົງທາງດ້ານການ ຄ້າ. ເນື່ອງຈາກຜົນກະທົບ ຈາກສົງຄາມພາສີ, ຄວາມເຄັ່ງຕຶງດ້ານການ ຄ້າ ລະຫວ່າງ ສ ອາເມລິກາ ແລະ ສປ ຈີນ ແມ່ນຢູ່ໃນລະດັບຮຸນແຮງ ທີ່ ສຸດ ນັບແຕ່ປີ 2018 ເປັນຕົ້ນມາ.

2. ເກີດຄວາມຂັດແຍ້ງຢູ່ບໍລິເວນຊາຍແດນ ໄທ - ກໍາປູເຈຍ  

ປະຊາຊົນກໍາປູເຈຍ ອົບພະຍົບໄປຍັງເຂດປອດໄພ ຢູ່ແຂວງ ສຽມຣຽບ ໃນຂະນະທີ່ເກີດຄວາມຂັດແຍ້ງຊາຍແດນຄືນໃໝ່ ລະຫວ່າງ ປະເທດນີ້ ແລະ ໄທ, ວັນທີ 9 ທັນວາ 2025. ພາບ: ຊີນຮົວ/VNA

ຄວາມຂັດແຍ້ງຢູ່ບໍລິເວນຊາຍແດນ ໄທ - ກໍາປູເຈຍ ໄດ້ “ເພີ່ມຄວາມຮຸນ ແຮງ” ຂຶ້ນ ພາຍຫຼັງເກີດການປະທະກັນ ລະຫວ່າງກອງທັບ ຂອງ ສອງປະ ເທດໃນຕອນ ເຊົ້າວັນທີ 28 ພຶດສະພາ, ສົ່ງຜົນກະທົບຢ່າງຮຸນແຮງຕໍ່ ສາຍພົວພັນສອງຝ່າຍ ແລະ ສະຖຽນລະພາບໃນພາກພື້ນ. ASEAN ແລະ ປະຊາຄົມໂລກ ໄດ້ຊຸກຍູ້ການແກ້ໄຂບັນຫາ ດ້ວຍວິທີທາງການ ທູດ, ນຳໄປສູ່ ການທີ່ສອງປະເທດລົງນາມໃນສັນຍາ ສັນຕິພາບ, ສ້າງຕັ້ງ ກົນໄກ ລາດ ຕະເວນຮ່ວມກັນ, ປະສານງານ ດ້ານຄວາມໝັ້ນຄົງ ຊາຍ ແດນ ແລະ ໃຫ້ ຄຳໝັ້ນສັນຍາ ຈະເພີ່ມທະວີ ການສົນທະນາສອງຝ່າຍ. ເຖິງຢ່າງໃດ ກໍຕາມ, ສັນຍາສັນຕິພາບ ດັ່ງກ່າວໄດ້ຖືກລະເມີດຫຼາຍຄັ້ງ. ບັນດາຜູ້ຊ່ຽວຊານ ໄດ້ເຕືອນກ່ຽວກັບຄວາມບອບບາງ ຂອງສັນຍາ ເນື່ອງ ຈາກປະຫວັດສາດ ຄວາມຂັດແຍ້ງ ລະຫວ່າງສອງປະເທດ.

3. ເສດຖະກິດໂລກ ຄາດວ່າ ຈະເຕີບໂຕ 3,2% 

ລາຄາຄຳໂລກບັນລຸລະດັບສູງສຸດເປັນປະຫວັດສາດ 4.503,30 ໂດລາສະສະລັດ/ອອນ ໃນວັນທີ 23 ທັນວາ2025 ຢູ່ ສ ອາເມລິກາ. ໃນພາບ: ຄຳແທ່ງ ຢູ່ສູນການຊື້-ຂາຍ ທີ່ ເຊີອູນ, ສ ເກົາຫຼີ. ພາບ: Yonhap/VNA

ກອງທຶນການເງິນສາກົນ (IMF), ອົງການຮ່ວມມື ແລະ ການພັດທະນເສດຖະກິດ (OECD) ໄດ້ຄາດການວ່າ ເສດຖະກິດທົ່ວໂລກ ສາມາດ ບັນລຸລະດັບການເຕີບໂຕ 3,2% ໃນປີ 2025. ສະແດງໃຫ້ເຫັນຄວາມສາ ມາດ ໃນການປັບຕົວສູງ ຂອງ ຫຼາຍພື້ນຖານເສດຖະກິດ ໃນສະຖານະ ການ ປະເຊີນໜ້າກັບສົງຄາມພາສີທົ່ວໂລກ, ການປະທະກັນໃນຫຼາຍ ຂົງ ເຂດ ແລະ ການປິດເຮັດວຽກຂອງ ລັດຖະບານ ສ ອາເມລິກາ ທີ່ແກ່ຍາວ

ໃນປີນີ້, ລາຄາຄຳ, ນ້ຳມັນດິບ ແລະ ຕະຫຼາດຫຼັກຊັບມີການເໜັງຕີງ ຢ່າງ ແຮງ, ໂດຍສະເພາະລາຄາຄຳ ໄດ້ສ້າງສະຖິຕິສູງສຸດ ໃນປະຫວັດສາດ ທີ່ 4.503,30 ໂດລາສະສະລັດ/ອອນ ໃນວັນທີ 23 ທັນວາ.

4. ປັນຍາປະດິດ - ສະໜາມຮົບໃໝ່ ໃນການແຂ່ງຂັນລະດັບໂລກ 

ວັນທີ 11 ກຸມພາ 2025, ລວມມີ 61 ປະເທດ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບຄວາມຕ້ອງການ ປັນຍາປະດິດ (AI) “ເປີດກວ້າງ, ກວມລວມ ແລະ ມີຈັນຍາບັນ” ຢູ່ກອງປະຊຸມສຸດຍອດ AI ປາຣີ, ຝຣັ່ງ. ພາບ: ຊີນຮົວ/VNA

ການແຂ່ງຂັນດ້ານປັນຍາປະດິດ (AI) ໄດ້ລະເບີດຂຶ້ນ ພ້ອມກັບ ການທີ່ ບັນດາວິສາຫະກິດເຕັກໂນໂລຊີ ພັດທະນາບັນດາຮູບແບບ AI ທີ່ມີ ຕົ້ນ ທຶນຕ່ຳ ແລະ AI ສ້າງສັນ, ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ໂຄງສ້າງ, ຂະ ໜາດ ແລະ ການຈັດສັນກຳລັງແຮງງານໃນຂອບເຂດທົ່ວໂລກ. AI ບໍ່ ພຽງແຕ່ແມ່ນເຕັກໂນໂລຊີ ເທົ່ານັ້ນ, ແຕ່ຍັງໄດ້ກາຍເປັນສະໜາມຮົບ ພູ ມີສາດການເມືອງໃໝ່, ເຊິ່ງເປັນບ່ອນທີ່ຄວາມເຂັ້ມແຂງ ດ້ານເຕັກໂນ ໂລຊີ ຈະເປັນຕົວຕັດສິນ ຜົນປະໂຫຍດ ທາງດ້ານຍຸດທະສາດ. 

ໃນກອງປະຊຸມສຸດຍອດດ້ານ AI ທີ່ຈັດຂຶ້ນຢູ່ ປາຣີ (ຝຣັ່ງ) ໃນເດືອນ ກຸມພາ 2025, 61 ປະເທດໄດ້ຮັບຮອງເອົາຖະແຫຼງການຮ່ວມ ກ່ຽວກັບ ຄວາມຕ້ອງການ AI ທີ່ “ເປີດກວ້າງ, ກວມລວມ ແລະ ມີຈັນຍາບັນ”.

5. ເກີດຄວາມຂັດແຍ້ງ ຢ່າງເຕັມຮູບແບບ ຢູ່ຕາເວັນອອກກາງ 

  ວັນທີ 28 ມີນາ 2025, ກອງທັບ ອິດສະລາແອນ ໄດ້ດຳເນີນການໂຈມຕີທາງອາກາດ ຢູ່ເຂດຊານເມືອງຂອງນະຄອນຫຼວງ ເບຣຸດ ຂອງ ລີບັງ. ການໂຈມຕີດັ່ງກ່າວເກີດຂຶ້ນປະມານ 1 ຊົ່ວໂມງ ພາຍຫຼັງ ອິດສະລາແອນ ປະກາດແຈ້ງການອົບພະຍົບ ໃຫ້ແກ່ຊາວເມືອງໃນເຂດນີ້. ນີ້ເປັນຄັ້ງທຳອິດທີ່ ອິດສະລາແອນ ໂຈມຕີເຂົ້າໃນເຂດນີ້ ນັບຕັ້ງແຕ່ຄຳສັ່ງຢຸດຍິງ ກັບກຳລັງ Hezbollah ມີຜົນສັກສິດແຕ່ເດືອນພະຈິກ 2024. ພາບ: ຄວັນໄຟພຸ່ງຂຶ້ນ ພາຍຫຼັງການໂຈມຕີທາງອາກາດຂອງ ອິດສະລາແອນ ລົງໃສ່ເຂດຊານເມືອງ ນະຄອນຫຼວງ ເບຣຸດ, ລີບັງ ວັນທີ 25 ພະຈິກ 2024. ພາບ: ຊີນຮົວ/VNA  

ການປະທະກັນ ຢູ່ຕາເວັນອອກກາງ ໄດ້ເພີ່ມຂຶ້ນຢ່າງຮອບດ້ານ ໂດຍມີ ຈຸດສູງສຸດ ແມ່ນການໂຈມຕີທາງອາກາດ ໂຕ້ຕອບກັນໄປມາ ເປັນເວລາ 12 ວັນ (ແຕ່ວັນທີ 13-24 ມິຖຸນາ) ລະຫວ່າງ ອິດສະລາແອນ ແລະ ອີ ຣານ. ຕໍ່ມາແມ່ນການໂຈມຕີທາງອາກາດ ຂອງ ອິດສະລາແອນ ເຂົ້າໃນ ກາຕາ, ຄວາມເຄັ່ງຕຶງໄດ້ແຜ່ລາມໄປສູ່ ລີບັງ ແລະ ເຢເມນ. ດ້ວຍຄວາມ ພະຍາຍາມທາງການທູດ, ອິດສະລາແອນ ແລະ ຮາມາສ ໄດ້ບັນ ລຸຂໍ້ຕົກ ລົງຢຸດຍິງ ແລະ ແລກປ່ຽນຕົວປະກັນ, ແຕ່ຂະບວນການ ສັນຕິພາບ ຍັງ ຄົງບອບບາງ ແລະ ງ່າຍຕໍ່ການພັງທະລາຍ ເນື່ອງຈາກການຄິດໄລ່ ທາງ ຍຸດທະສາດ ແລະ ຄວາມຂາດຄວາມເຊື່ອໝັ້ນລະຫວ່າງຝ່າຍຕ່າງໆ.

6. ຊຸກຍູ້ຄວາມພະຍາຍາມທາງການທູດ ເພື່ອຢຸດຕິການສູ້ຮົບ ລະຫວ່າງ ລັດເຊຍ - ອູແກຣນ 

ວັນທີ 15 ສິງຫາ 2025, ປະທານາທິບໍດີ ສ ອາເມລິກາ Donald Trump (ຂວາ) ແລະ ຄູ່ຕຳແໜ່ງ ລັດເຊຍ Vladimir Putin (ຊ້າຍ) ໄດ້ມີການປະຊຸມຂ່າວຮ່ວມ ພາຍຫຼັງການພົບປະສຸດຍອດທີ່ສຳຄັນ ຢູ່ Anchorage, Alaska, ໂດຍເນັ້ນໃສ່ການຢຸດຕິຄວາມຂັດແຍ້ງ ຢູ່ ອູແກຣນ. ພາບ: ຊີນຮົວ/VNA

ຄວາມພະຍາຍາມທາງການທູດ ຫຼາຍຢ່າງ ໄດ້ຖືກຊຸກຍູ້ ເພື່ອແນໃສ່ ຢຸດ ຕິ ການປະທະກັນ ລັດເຊຍ ອູແກຣນ, ໃນນັ້ນ ສ ອາເມລິກາ ແລະ ເອີ ຣົບ ໄດ້ສະເໜີແຜນການສັນຕິພາບຕ່າງໆ. ປະທານາທິບໍດີ ສ ອາເມລິກາ Donald Trump ໄດ້ມີການພົບປະສ່ວນຕົວກັບ ປະທານາທິບໍດີ ລັດເຊຍ Vladimir Putin ແລະ ປະທານາທິບໍດີ ອູແກຣນ Volodymyr Zelensky ແຕ່ຍັງບໍ່ທັນສາມາດ ຈັດການເຈລະຈາໂດຍກົງ ລະຫວ່າງ ຜູ້ ນຳ ລັດເຊຍ ແລະ ອູແກຣນ ໄດ້. ໃນຂະນະດຽວກັນ, ການສູ້ຮົບຍັງຄົງ ດຳເນີນຕໍ່ໄປ ດ້ວຍຮູບແບບໃໝ່ໆ, ສ້າງຄວາມເສຍຫາຍຢ່າງໜັກໜ່ວງ ໃຫ້ແກ່ທັງສອງ ຝ່າຍ.

7. ໂລກໄດ້ປະເຊີນກັບປີແຫ່ງໄພພິບັດ ທາງທຳມະຊາດ ທີ່ເປັນ ປະຫວັດການ 

  ວັນທີ 28 ມິນາ 2025, ເກີດເຫດແຜ່ນດິນໄຫວຂະໜາດ 7,7 ຣິກເຕີ ໄດ້ສັ່ນສະເທືອນ ມຽນມາ ແລະ ບາງປະເທດໃກ້ຄຽງ. ຕົວເລກທາງການຮອດວັນທີ 1 ພຶດສະພາ ສະແດງໃຫ້ເຫັນວ່າ ແຜ່ນດິນໄຫວ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3.835 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 5.000 ຄົນ, ໃນຂະນະທີ່ 105 ຄົນ ຍັງຫາຍສາບສູນ ຢູ່ ມຽນມາ. ໃນພາບ: ຊາກຫັກພັງ ພາຍຫຼັງແຜ່ນດິນໄຫວ ຢູ່ ມັນດາເລ, ມຽນມາ. ພາບ: ຊີນຮົວ/VNA  

ການປ່ຽນແປງ ຂອງ ດິນຟ້າອາກາດ ຢູ່ໃນລະດັບຮຸນແຮງ ທີ່ບໍ່ເຄີຍມີມາ ກ່ອນ ດ້ວຍໄພພິບັດທາງທຳມະຊາດ ທີ່ຮ້າຍແຮງ ຢູ່ໃນຫຼາຍແຫ່ງທົ່ວ ໂລກ ເຊັ່ນ: ແຜ່ນດິນໄຫວຢູ່ ມຽນມາ; ພະຍຸໃຫຍ່ ແລະ ນ້ຳຖ້ວມຢູ່ໃນ ຫຼາຍປະເທດ ອາຊີ ແລະ ເຂດ ກາຣີບຽນ; ໄຟໄໝ້ປ່າຢູ່ ເກຣັກ, ການາ ດາ, ສ ອາເມລິກາ ແລະ ອົດສະຕຣາລີ. ໄພພິບັດທຳມະຊາດ ໄດ້ເຮັດ ໃຫ້ ມີຜູ້ເສຍຊີວິດ ຫຼາຍພັນຄົນ, ສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ ຂອງ ປະຊາຊົນ ນັບຫຼາຍລ້ານຄົນ ແລະ ສ້າງຄວາມເສຍຫາຍທາງເສດຖະກິດ ເຖິງ 220 ຕື້ ໂດລາ ສະສະລັດ. ໃນສະພາບການດັ່ງກ່າວ, ກອງປະຊຸມ ລະຫວ່າງຝ່າຍຕ່າງໆ ທີ່ເຂົ້າຮ່ວມ ສົນທິສັນຍາຂອບຂອງ ສະຫະປະຊາ ຊາດ ວ່າດ້ວຍການປ່ຽນແປງຂອງ ດິນຟ້າອາກາດ ຄັ້ງທີ 30 (COP30) ຢູ່ ບຣາຊິນ ຍັງບໍ່ທັນບັນລຸຂໍ້ຕົກລົງ ກ່ຽວກັບການຫຼຸດຜ່ອນ ການນຳໃຊ້ ຟອສ ຊີວ, ເຊິ່ງສະແດງໃຫ້ເຫັນວ່າ ຍັງຕ້ອງການຄວາມພະຍາຍາມ ຮ່ວມກັນ ທົ່ວໂລກຕື່ມອີກ ເພື່ອສະກັດກັ້ນ ພາວະໂລກຮ້ອນ. 

8. ສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງວັນໄຊຊະນະ ຟາດຊິດ 

  ວັນທີ 9 ພຶດສະພາ 2025, ການສວນສະໜາມສະເຫຼີມສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງວັນໄຊຊະນະ (9/5/1945 - 9/5/2025) ໃນສົງຄາມກູ້ຊາດທີ່ຍິ່ງໃຫຍ່ ໄດ້ດຳເນີນໄປຢ່າງສະຫງ່າງາມ ຢູ່ຈະຕຸລັດແດງ ໃນນະຄອນຫຼວງ ມົສກູ ຂອງ ລັດເຊຍ. ພາບ: ຊີນຮົວ/VNA  

ລັດເຊຍ, ສປ ຈີນ ແລະ ຫຼາຍປະເທດໃນໂລກ ໄດ້ຈັດຕັ້ງ ການສະເຫຼີມ ສະຫຼອງ ຄົບຮອບ 80 ປີ ແຫ່ງວັນໄຊຊະນະ ຟາດຊິດ ດ້ວຍກິດຈະກຳທີ່ ພົ້ນເດັ່ນຫຼາຍຢ່າງເຊັ່ນ: ການສວນສະໜາມ ຢູ່ຈະຕຸລັດແດງ ຢູ່ ມົສກູ ແລະ ຈະຕຸລັດທຽນອັນເໝິນ ຢູ່ ປັກກິ່ງ. ເຫດການດັ່ງກ່າວໄດ້ ຫວນຄືນ ໄຊຊະນະ ປະຫວັດສາດ ທີ່ໄດ້ແລກປ່ຽນ ດ້ວຍການເສຍສະຫຼະ ອັນຍິ່ງ ໃຫຍ່ ຂອງ ບັນດາປະຊາຊາດ, ໃນນັ້ນ ມີບົດບາດຕັດສິນ ຂອງ ກອງທັບ ແລະ ປະຊາຊົນ ໂຊວຽດ; ສົ່ງສານ ອັນແຮງກ້າ ກ່ຽວກັບຄວາມຮັບຜິດ ຊອບລວມ ຂອງ ທົ່ວໂລກ; ສະກັດກັ້ນ ລັດທິຫົວຮຸນແຮງ ແລະລັດທິຟາດ ຊິດໃໝ່, ແນໃສ່ສ້າງໂລກ ທີ່ມີສັນຕິພາບ, ສະຖຽນລະພາບ ແລະ ຍືນ ຍົງ.

9. ASEAN ຮັບເອົາ ຕີມໍ ເລສເຕ ເປັນສະມາຊິກ ທີ 11 

ວັນທີ 28 ມີນາ 2025, ກອງທັບ ອິດສະລາແອນ ໄດ້ດຳເນີນການໂຈມຕີທາງອາກາດ ຢູ່ເຂດຊານເມືອງຂອງນະຄອນຫຼວງ ເບຣຸດ ຂອງ ລີບັງ. ການໂຈມຕີດັ່ງກ່າວເກີດຂຶ້ນປະມານ 1 ຊົ່ວໂມງ ພາຍຫຼັງ ອິດສະລາແອນ ປະກາດແຈ້ງການອົບພະຍົບ ໃຫ້ແກ່ຊາວເມືອງໃນເຂດນີ້. ນີ້ເປັນຄັ້ງທຳອິດທີ່ ອິດສະລາແອນ ໂຈມຕີເຂົ້າໃນເຂດນີ້ ນັບຕັ້ງແຕ່ຄຳສັ່ງຢຸດຍິງ ກັບກຳລັງ Hezbollah ມີຜົນສັກສິດແຕ່ເດືອນພະຈິກ 2024. ພາບ: ຄວັນໄຟພຸ່ງຂຶ້ນ ພາຍຫຼັງການໂຈມຕີທາງອາກາດຂອງ ອິດສະລາແອນ ລົງໃສ່ເຂດຊານເມືອງ ນະຄອນຫຼວງ ເບຣຸດ, ລີບັງ ວັນທີ 25 ພະຈິກ 2024. ພາບ: ຊີນຮົວ/VNA

ເຫດການ ຕີມໍ ເລສເຕ ເຂົ້າເປັນສະມາຊິກ ASEAN ຢ່າງເປັນທາງການ ໃນ ວັນທີ 26 ຕຸລາ ແມ່ນບາດກ້າວທີ່ສຳຄັນ ເພື່ອຢືນຢັນຄວາມມຸ່ງໝັ້ນ ຮັດແໜ້ນຄວາມສາມັກຄີ ພາຍໃນກຸ່ມ ແລະ ຂະຫຍາຍຂອບເຂດ ການ ຮ່ວມມື ໃນພາກພື້ນ; ສະແດງໃຫ້ເຫັນເຖິງ ຄຳໝັ້ນສັນຍາ ຂອງ ASEAN ໃນການສ້າງປະຊາຄົມ ທີ່ກວມລວມ,  ໂດຍບໍ່ປ່ອຍໃຫ້ ປະເທດໃດ ໃນ ອາ ຊີຕາເວັນອອກສ່ຽງໃຕ້ ຢູ່ນອກ ຂະບວນການພັດທະນາລວມ. ການ ຮັບເອົາສະມາຊິກໃໝ່ ຍັງສ້າງແຮງຜັກດັນຕື່ມອີກ ເພື່ອໃຫ້ ASEAN ເພີ່ມທະວີ ການປະສານງານ ໃນການແກ້ໄຂສິ່ງທ້າທາຍ ຕ່າງໆ ໃນພາກ ພື້ນ ແລະ ໃນໂລກ.

10. ຄວາມຄືບໜ້າໃນວິທີປິ່ນປົວດ້ວຍຢີນ ນຳເອົາຄວາມຫວັງ ມາໃຫ້ ຄົນເຈັບທີ່ເປັນພະຍາດປິ່ນປົວຍາກ 

  ໂອລີເວີ “ໂອລີ” ຈູ, ເດັກຊາຍອາຍຸ 3 ປີ ມາຈາກ ຄາລີຟໍເນຍ (ສ ອາເມລິກາ), ກຳລັງມີຄວາມຄືບໜ້າໃນທາງບວກ ພາຍຫຼັງ 9 ເດືອນ ທີ່ກາຍເປັນຜູ້ທຳອິດ ທີ່ໄດ້ຮັບການປິ່ນປົວດ້ວຍຢີນແບບໃໝ່ ສຳລັບຄວາມຜິດປົກກະຕິທາງກຳມະພັນທີ່ຫາຍາກ ທີ່ມີຊື່ວ່າ ອາການ Hunter. ນີ້ແມ່ນພະຍາດທາງກຳມະພັນ ທີ່ມີອາການຄືກັບໂລກສະໝອງເສື່ອມໃນເດັກນ້ອຍ, ເຮັດໃຫ້ອາຍຸຍືນຂອງຜູ້ປ່ວຍສັ້ນລົງ. ການທົດລອງທາງ ຄລີນິກ ໂດຍໂຮງໝໍເດັກນ້ອຍພະລາຊະວັງ Manchester ແລະ ສູນການແພດຄົ້ນຄວ້າຢີນ Manchester ຮ່ວມກັນຈັດຕັ້ງປະຕິບັດ. ພາບ: ມະຫາວິທະຍາໄລ Manchester/VNA  

ບັນດາທ່ານໝໍຢູ່ ອັງກິດ ໄດ້ປະສົບຜົນສຳເລັດໃນການປິ່ນປົວ ອາການ Hunter, ເຊິ່ງແມ່ນຄວາມຜິດປົກກະຕິ ທາງກຳມະພັນ ທີ່ຫາຍາກ ໃຫ້ກັບ ເດັກນ້ອຍອາຍຸ 3 ປີ ດ້ວຍການປິ່ນປົວ ດ້ວຍຢີນທີ່ທັນສະໄໝ. ອົງການ ສາທາລະນະສຸກແຫ່ງຊາດ ຂອງ ອັງກິດ ໄດ້ປະກາດນຳໃຊ້ວິທີປິ່ນປົວ Casgevy ຢ່າງກວ້າງຂວາງ ໂດຍອີງໃສ່ເຕັກໂນໂລຊີ ໃນການດັດແກ້ຢີນ CRISPR ເພື່ອປິ່ນປົວຄົນເຈັບທີ່ເປັນພະຍາດ ຂາດເມັດເລືອດແດງ ຮູບ ກ່ຽວ ແລະ ພະຍາດເລືອດຈາງທາງກຳມະພັນ ຍ້ອນການກາຍພັນ ຂອງ ຢີນ. 

CRISPR ແມ່ນເຕັກໂນໂລຊີການແພດ ທີ່ບຸກທະລຸ ເຊິ່ງຊ່ວຍໃຫ້ສາມາດ ຊອກຫາຕໍາແໜ່ງ ແລະ ສ້ອມແປງສ່ວນ ADN ທີ່ຜິດພາດ ໄດ້ຢ່າງຊັດ ເຈນ, ເປີດໂອກາດໃນການປິ່ນປົວພະຍາດ ກຳມະພັນ, ມະເຮັງ, HIV ແລະ ຄວາມຜິດປົກກະຕິອື່ນໆ ດ້ວຍການສ້ອມແປງຢີນ ຢູ່ໃນຮ່າງກາຍ ໂດຍກົງ ຫຼື ສ້ອມແປງຈຸລັງ ຢູ່ພາຍນອກ ແລ້ວນຳເຂົ້າສູ່ຮ່າງກາຍ.

ປະຕິບັດໂດຍ: VNA/VNP

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top