ຕອນບ່າຍວັນທີ 23 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມຄັ້ງທີ 27 ຂອງຄະນະຊີ້ນຳແຫ່ງຊາດຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຖືກຕ້ອງຕາມຂໍ້ກຳນົດ (IUU).
ແຂວງແຄັງຮວ່າ ເຂົ້າຮ່ວມກອງປະຊຸມທາງໄກ (ພາບ: baokhanhhoa.vn)
ເມື່ອລາຍງານຢູ່ກອງປະຊຸມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າຕ້ານການຂຸດຄົ້ນ IUU ສົ່ງເຖິງຄະນະກຳມະການເອີລົບ (EC) ແລະ ຂໍຄຳເຫັນບັນດາສະມາຊິກໃນຄະນະຊີ້ນຳ. ວຽກງານການຄຸ້ມຄອງເຮືອຫາປາ ແລະ ການຕິດຕາມກວດກາການເຄື່ອນໄຫວຂຸດຄົ້ນສືບຕໍ່ໄດ້ຮັບການຮັກສາຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນສຳລັບເຮືອຫາປາທີ່ບໍ່ມີເງື່ອນໄຂເຄື່ອນໄຫວ; ສ້າງ ແລະ ລົງບັນຊີລາຍຊື່ກ່ຳປັ່ນຫາປາທີ່ໄດ້ຍົກເລີກການຈົດທະບຽນໃນຖານຂໍ້ມູນເພື່ອຕິດຕາມກວດກາ ແລະ ແກ້ໄຂ. ໃນອາທິດຜ່ານມາ, ທົ່ວປະເທດບໍ່ພົບເຫັນກໍລະນີໃດລະເມີດເຂດທະເລຕ່າງປະເທດ; ຫຼາຍທ້ອງຖິ່ນໄດ້ປະຕິບັດວຽກງານແກ້ໄຂການລະເມີດ IUU ໄດ້ເປັນຢ່າງດີ. ວຽກງານຖະແຫຼງຂ່າວ, ການໂຄສະນາກ່ຽວກັບຄວາມມານະພະຍາຍາມຕ້ານການຂຸດຄົ້ນ IUU ຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຍູ້ແຮງ.
ໃນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມຮັບເອົາຄຳເຫັນຈາກບັນດາສະມາຊິກໃນຄະນະຊີ້ນຳເພື່ອສ້າງບົດລາຍງານໃຫ້ສົມບູນແບບ ແລະ ສົ່ງໃຫ້ EC ກ່ອນວັນທີ 31 ທັນວາ.
(ແຫຼ່ງຄັດຈາກ VOV)