• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ເຊີດ​ຊູ 118 ນັກ​ທຸ​ລະ​ກິດ - ວິ​ສາ​ຫະ​ກິດ ທັງ​ລອງ ປີ 2025

ກ່າວຄຳເຫັນນະທີ່ນີ້, ທ່ານຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ສະເໜີວິສາຫະກິດ, ນັກທຸລະກິດນະຄອນຫຼວງ ຍົກສູງຄວາມສາມາດໃນການບໍລິຫານ, ຫັນການເຄື່ອນໄຫວເປັນໂປ່ງໄສ, ສ້າງຍຸດທະສາດພັດທະນາໄລຍະຍາວ, ປະສິດທິຜົນແຫ່ງການດຳເນີນທຸລະກິດຕ້ອງຕິດພັນ ກັບຄວາມຮັບຜິດຊອບຕໍ່ສັງຄົມ.
ມອບໃບຍ້ອງຍໍຂອງຄະນະກຳມະການປະຊາຊົນຮ່າໂນ້ຍໃຫ້ແກ່ສ່ວນບຸກຄົນ, ວິສາຫະກິດທີ່ເປັນແບບຢ່າງທີ່ດີ

ຕອນຄ່ຳວັນທີ 22 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເຊີດຊູນັກທຸລະກິດ - ວິສາຫະກິດທັງລອງປີ 2025. ນີ້ແມ່ນເຫດການປະຈຳປີ ຂອງນະຄອນຫຼວງ ເພື່ອແນໃສ່ຮັບຮູ້, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກທຸລະກິດ, ວິສາຫະກິດທີ່ມີການປະກອບສ່ວນຢ່າງດີເດັ່ນໃຫ້ແກ່ການພັດທະນາເສດຖະກິດ ສັງຄົມຂອງນະຄອນຫຼວງ ແລະ ປະເທດຊາດ.

ກ່າວຄຳເຫັນນະທີ່ນີ້, ທ່ານຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ສະເໜີວິສາຫະກິດ, ນັກທຸລະກິດນະຄອນຫຼວງ ຍົກສູງຄວາມສາມາດໃນການບໍລິຫານ, ຫັນການເຄື່ອນໄຫວເປັນໂປ່ງໄສ, ສ້າງຍຸດທະສາດພັດທະນາໄລຍະຍາວ, ປະສິດທິຜົນແຫ່ງການດຳເນີນທຸລະກິດຕ້ອງຕິດພັນ ກັບຄວາມຮັບຜິດຊອບຕໍ່ສັງຄົມ, ກຳນົດວິທະຍາສາດເຕັກໂນໂລຢີ ແມ່ນພື້ນຖານ, ແມ່ນກຳລັງໜູນເພື່ອພັດທະນາ, ເປັນເຈົ້າການເຂົ້າຮ່ວມລະບົບຕ່ອງໂສ້ຄຸນຄ່າທົ່ວໂລກຢ່າງເລິກເຊິ່ງກ່ວາອີກ, ຕອບສະໜອງບັນດາມາດຕະຖານສາກົນ. ທ່ານໃຫ້ຮູ້ວ່າ:

ລັດຖະບານ ຫວຽດນາມ ຍາມໃດກໍ່ກຳນົດວິສາຫະກິດແມ່ນໃຈກາງຂອງວິວັດການພັດທະນາ, ແມ່ນເປົ້າໝາຍຮັບໃຊ້ ແລະ ຮ່ວມເດີນທາງ, ກໍ່ສ້າງ. ດ້ວຍມູນເຊື້ອທັງລອງ - ຮ່າໂນ້ຍ, ດ້ວຍພູມປັນຍາ, ຄຸນທາດແລະ ຄວາມມຸ່ງຫວັງບືນຕົວຂຶ້ນຂອງຖັນແຖວນັກທຸລະກິດ, ຂ້າພະເຈົ້າເຊື່ອໝັ້ນວ່າ ວົງຄະນະຍາດວິສາຫະກິດນະຄອນຫຼວງ ຈະສືບຕໍ່ພັດທະນາຢ່າງແຮງ, ປະກອບສ່ວນນັບມື້ນັບຫຼາຍໃຫ້ແກ່ພາລະກິດແຫ່ງການພັດທະນາໂດຍໄວ ແລະ ຍືນຍົງຂອງປະເທດຊາດ.

(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top