• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດກອງ​ປະ​ຊຸມຄັ້ງ​ທີ 15 ຄະ​ນ​ະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຄະນະບໍລິຫານງານສູນກາງພັກເຫັນດີເປັນເອກະພາບຕີລາຄາວ່າ: 40 ປີແຫ່ງການປ່ຽນແປງໃໝ່, ໃນນັ້ນ ມີການປະກອບສ່ວນຢ່າງພົ້ນເດັ່ນຂອງອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII, ແມ່ນໝາກຜົນຂອງທັງຂະບວນວິວັດພະຍາຍາມສູ້ຊົນຢ່າງໝັ້ນໜຽວ, ຕໍ່ເນື່ອງ, ຂ້ຽວຂາດ, ແມ່ນຜະລິດຕະພັນລວບລວມຂອງນ້ຳໃຈ, ເຈດຈຳນົງຊົນຊາດກັບພັກ, ລັດ, ປະຊາຊົນ.
ພິທີອັດກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກຊຸດທີ XIII

ພາຍຫຼັງເຮັດວຽກມາເປັນເວລາ 2 ວັນ (22 – 23 ທັນວາ), ຕອນເຊົ້າວັນທີ 23 ທັນວາ, ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ອັດລົງຢູ່ ຮ່າໂນ້ຍ. ກ່າວຄຳເຫັນອັດກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ເນັ້ນໜັກວ່າ ຄະນະບໍລິຫານງານສູນກາງພັກເຫັນດີເປັນເອກະພາບຕີລາຄາວ່າ: 40 ປີແຫ່ງການປ່ຽນແປງໃໝ່, ໃນນັ້ນ ມີການປະກອບສ່ວນຢ່າງພົ້ນເດັ່ນຂອງອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII, ແມ່ນໝາກຜົນຂອງທັງຂະບວນວິວັດພະຍາຍາມສູ້ຊົນຢ່າງໝັ້ນໜຽວ, ຕໍ່ເນື່ອງ, ຂ້ຽວຂາດ, ແມ່ນຜະລິດຕະພັນລວບລວມຂອງນ້ຳໃຈ, ເຈດຈຳນົງຊົນຊາດກັບພັກ, ລັດ, ປະຊາຊົນ. ຄະນະບໍລິຫານງານສູນກາງພັກ ກຳນົດວ່າ  ໃນໄລຍະປະຕິວັດໃໝ່, ຕ້ອງສຸມໃສ່ປະຕິບັດ 3 ບຸກທະລຸຍຸດທະສາດ, ນັ້ນແມ່ນ:

“ນັ້ນແມ່ນບຸກທະລຸຢ່າງແຮງກ່ຽວກັບລະບອບລະບຽບການພັດທະນາ; ຍູ້ແຮງການແບ່ງຂັ້ນແບ່ງສິດ; ຊຸກຍູ້ບຸກທະລຸກ່ຽວກັບວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ; ພັດທະນາຄວາມສາມາດຜະລິດໃໝ່, ບັນດາຮູບແບບ, ແບບວິທີຜະລິດດຳເນີນທຸລະກິດໃໝ່. ສຸມໃສ່ຫັນປ່ຽນໂຄງປະກອບ, ຍົກສູງຄຸນນະພາບຂອງບຸກຄະລາກອນ; ພັດທະນາບຸກຄະລາກອນທີ່ມີຄຸນນະພາບສູງ, ມີລະດັບຄວາມຮູ້ສູງ, ນຳໃຊ້ຜູ້ມີຄວາມເກັ່ງກ້າສາມາດ; ປ່ຽນແປງໃໝ່ວຽກງານພະນັກງານຢ່າງແຮງ, ສົ່ງເສີມ ແລະ ປົກປ້ອງພະນັກງານຜູ້ທີ່ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າທຳ, ກ້າຮັບຜິດຊອບ, ກ້າເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ. ສືບຕໍ່ປັບປຸງໂຄງປະກອບພື້ນຖານໂຄງລ່າງເສດຖະກິດ - ສັງຄົມໃຫ້ສົມບູນແບບ, ຄົບຊຸດ ແລະ ມີຄວາມບຸກທະລຸຢ່າງແຮງ, ໂດຍສະເພາະແມ່ນພືີ້ນຖານໂຄງລ່າງຄົມມະນາຄົມ, ໂຄງລ່າງເຕັກໂນໂລຢີ ແລະ ໂຄງລ່າງພະລັງງານ.”

ຄະນະບໍລິຫານງານສູນກາງພັກ ກໍເຫັນດີເປັນເອກະພາບຮັບຮອງເອົາບົດລາຍງານກ່ຽວກັບວຽກງານບຸກຄະລາກອນເພື່ອລາຍງານຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

 

(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top