ຄະນະຊີ້ນຳກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຂວງ ກວາງນິງ ໃຫ້ຮູ້ວ່າ ປີ 2025 ແຂວງ ກວາງນິງບັນລຸໄດ້ບັນດາໝາກຜົນຮອບດ້ານໃນການຜັນຂະຫຍາຍມະຕິສະບັບເລກທີ 57 – NQ/TƯ ກ່ຽວກັບການບຸກທະລຸພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ໄລ່ຮອດປັດຈຸບັນ, ທົ່ວແຂວງປະຕິບັດໜ້າທີ່ສຳເລັດ 97,7% ເຊິ່ງສູນກາງມອບໝາຍໃຫ້.
ກອງປະຊຸມທາງໄກຕີລາຄາໝາກຜົນປະຕິບັດມະຕິ 57-NQ/TW (ພາບ: baoquangninh.vn)
ໜຶ່ງໃນບັນດາຜົນງານພົ້ນເດັ່ນ ແມ່ນແຂວງ ກວາງນິງ ໄດ້ບືນຕົວຂຶ້ນຢືນອັນດັບທີ 3 ໃນທົ່ວປະເທດກ່ຽວກັບດັດຊະນີນະວັດຕະກຳ (PII). ທາງແຂວງກໍນອນໃນກຸ່ມ 21 ທ້ອງຖິ່ນ “ປົກຄຸມສີຂຽວ” 100% ຕາແສງ, ໃນການປະຕິບັດມະຕິສະບັບເລກທີ 57 – NQ/TƯ, ໝາຍຄວາມວ່າ ໄດ້ປະຕິບັດສຳເລັດເກືອບທຸກໜ້າທີ່ທີ່ໄດ້ຮັບການມອບໝາຍ. ປັດຈຸບັນ, 100% ລະບຽບການບໍລິຫານຢູ່ແຂວງ ໄດ້ຮັບການແກ້ໄຂແບບເອເລັກໂຕນິກ ແລະ 97,7% ລະບອບລະບຽບການໄດ້ຮັບການແກ້ໄຂແບບທາງໄກ.
ໃນໄລຍະຈະມາເຖິງ, ແຂວງ ກວາງນິງ ກຳນົດສືບຕໍ່ຄົ້ນຄວ້າ, ພັດທະນາວິທະຍາສາດພື້ນຖານ ແລະ ໝູນໃຊ້ເຂົ້າໃນການຮັບໃຊ້ການພັດທະນາເສດຖະກິດ - ສັງຄົມໂດຍກົງຂອງທ້ອງຖິ່ນ, ຮັບປະກັນຂັ້ນຕອນໝູນໃຊ້ເຕັກໂນໂລຢີໃຫ້ສົມບູນແບບ ນັບແຕ່ຂອດຜະລິດຕະຫຼອດຮອດຂອດບໍລິໂພກ. ທາງແຂວງກໍຈະສືບຕໍ່ຍົກສູງທັກສະດີຈີຕອນໃຫ້ແກ່ປະຊາຊົນ, ພິເສດແມ່ນໃນການປະຕິບັດລະບຽບການບໍລິຫານແບບທາງໄກ, ແລະ ຊຸກຍູ້ການຮ່ວມມືກັບບັນດາກຸ່ມບໍລິສັດເຕັກໂນໂລຢີ, ຮາກຖານການສຶກສາແຖວໜ້າຢູ່ພາຍໃນ ແລະ ຕ່າງປະເທດ.
(ແຫຼ່ງຄັດຈາກ VOV)