ຂ່າວສານ
ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ມີບົດກ່າວປາໄສກ່ຽວກັບນະໂຍບາຍການປ້ອງກັນຊາດປ້ອງກັນຄວາມສະຫງົບທີ່ Shangri La
ວັນທີ 31 ພຶດສະພາ, ແມ່ນມື້ທຳອິດຂອງການໂອ້ລົມສົນທະນາ Shangri La ຄັ້ງທີ 22 ຢູ່ ສິງກະໂປ.
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ມີບົດກ່າວປາໄສສຳຄັນກ່ຽວກັບນະໂຍບາຍການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງ ຫວຽດນາມ ແລະ ບັນດາຄຳໝັ້ນສັນຍາໂອ້ລົມສົນທະນາຂອງ ຫວຽດນາມ ໃນການຮ່ວມມື ແລະ ການພັດທະນາເພື່ອພາກພື້ນ ອາຊີ - ປາຊີຟິກ ທີ່ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢ່າງວັດທະນາຖາວອນ. ການເຂົ້າຮ່ວມການໂອ້ລົມສົນທະນາ Shangri La ຄັ້ງທີ 22 ຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເພື່ອແນໃສ່ຢືນຢັນບົດບາດຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງຂອງ ຫວຽດນາມ ສຳລັບບັນດາບັນຫາພາກພື້ນ ແລະ ສາກົນ. ຢູ່ນອກການໂອ້ລົມສົນທະນາ Shangri La, ທ່ານລັດຖະມົນຕີ ຟານວັນຢາງ ມີການພົບປະ 2 ຝ່າຍກັບການນຳກະຊວງປ້ອງກັນປະເທດຈຳນວນໜຶ່ງ ເພື່ອແລກປ່ຽນມາດຕະການຊຸກຍູ້ການພົວພັນດ້ານປ້ອງກັນຊາດ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 30 ພຶດສະພາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ມີບົດກ່າວປາໄສສຳຄັນທີ່ Shangri La ຄັ້ງທີ 22, ໃນນັ້ນໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາ ແລະ ວິໄສທັດຂອງ ຝລັ່ງ ໃນຍຸດທະສາດມະຫາສະມຸດ ອິນເດຍ - ປາຊີຟິກ, ກໍ່ຄືບົດບາດຂອງ ຝລັ່ງ ໃນການແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ. ນີ້ແມ່ນຄັ້ງທຳອິດການນຳ ເອີລົບ ຜູ້ໜຶ່ງມີບົດບາດຕົ້ນຕໍເມື່ອກ່າວຄຳເຫັນທີ່ພິທີໄຂເວທີປາໄສຄວາມໝັ້ນຄົງປະຈຳປີນີ້, ໃນສະພາບທີ່ ສິງກະໂປ ແລະ ຝລັ່ງ ສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.