• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປັດຈຸບັນ, ອາຊີ ແມ່ນພາກພື້ນ ຖືກຜົນສະທ້ອນຫຼາຍທີ່ສຸດຍ້ອນໂລກລະບາດໂຄວິດ - 19

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນຄ່ຳວັນທີ 28 ກັນຍາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 233,3 ລ້ານຄົນ, ໃນນັ້ນ ມີກວ່າ 4,77 ລ້ານຄົນເສຍຊີວິດ.
ໂຮງໝໍ Apple Valley, ລັດ California ອາເມລິກາ (ພາບ: AFP/TTXVN)
      ຈຳນວນຜູ້ຕິດເຊື້ອໃໝ່ໃນ 24 ຊົ່ວໂມງຜ່ານມາ ແມ່ນກວ່າ 207.800 ຄົນ ແລະ ມີກວ່າ 3.500 ຄົນເສຍຊີວິດ. ໃນນັ້ນ, ອັງກິດ ເປັນປະເທດທີ່ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດ; ຖັດຈາກນັ້ນແມ່ນ ລັດເຊຍ ແລະ ອິນເດຍ.
        ຖ້າໄລ່ຕາມພາກພື້ນແລ້ວ, ປັດຈຸບັນ, ອາຊີ ແມ່ນພາກພື້ນຖືກຜົນກະທົບຫຼາຍທີ່ສຸດໃນໂລກ ຍ້ອນໂລກລະບາດໂຄວິດ - 19 ເມື່ອມີຜູ້ຕິດເຊື້ອຂຶ້ນເຖິງ 75,2 ລ້ານຄົນ. ຢືນອັນດັບທີ 2 ແມ່ນ ເອີີຣົບ, ຖັດຈາກນັ້ນແມ່ນ ອາເມລິກາເໜືອ, ອາເມລິກາໃຕ້ ຕາມລຳດັບ. ກ່ຽວກັບຈຳນວນຜູ້ເສຍຊີວິດ, ເອີຣົບ ແມ່ນທະວີບມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດ, ຖັດຈາກນັ້ນແມ່ນ ອາເມລິກາໃຕ້ ແລະ ອາຊີ.
        ຖ້າໄລ່ຕາມປະເທດ ແລະ ເຂດແຄວ້ນ, ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນສາມປະເທດຖືກຜົນກະທົບຫຼາຍທີ່ສຸດໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ. ໃນຂະນະນັ້ນ, ປະເທດທີ່ມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດແມ່ນ ອາເມລິກາ, ຕໍ່ມາແມ່ນ ບຣາຊິນ ແລະ ອິນເດຍ. 
(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top