ຂ່າວສານ
ປະທານປະເທດ ເລືອງເກື່ອງ: ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ອີຢິບ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາສາຍພົວພັນມິດຕະພາບສອງຝ່າຍ
ກ່າວຄຳເຫັນນະທີ່ນີ້, ທ່ານເລືອງເກື່ອງ ປະທານປະເທດ ຫວຽດນາມ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ມີການພົບປະສອງຝ່າຍກັບທ່ານປະທານາທິບໍດີ ອີຢິບ ແລະ ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ; ປະທານສະພາສູງ, ສະພາຕ່ຳ ແລະ ບັນດາອົງການຂອງ ອີຢິບ; ບັນດາບັນຫາລວມກ່ຽວກັບສາຍພົວພັນລະຫວ່າງສອງປະເທດແມ່ນພວກຂ້າພະເຈົ້າໄດ້ກຳນົດວ່າ ໃນໄລຍະຈະມາເຖິງຕ້ອງປະຕິບັດໃຫ້ດີກວ່າ ຕາມທິດແທດຈິງ ແລະ ມີປະສິດທິຜົນກວ່າ. ໃນນັ້ນ ມີເລື່ອງສະເໜີໃຫ້ ອີຢິບ ສະໜັບສະໜູນ ແລະ ສ້າງເງື່ອນໄຂດີທີ່ສຸດເພື່ອໃຫ້ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ໄດ້ຮ່ຳຮຽນ, ດຳລົງຊີວິດຢູ່ ອີຢິບ ດ້ວຍເງື່ອນໄຂດີກວ່າເກົ່າ”.
ທ່ານປະທານປະເທດ ເລືອງເກື່ອງ ກໍສະເໜີໃຫ້ສະຖານທູດ ຫວຽດນາມ ປະຈໍາ ອີຢິບ ສືບຕໍ່ໃຫ້ຄວາມເອົາໃຈໃສ່, ປະຕິບັດວຽກງານຊາວ ຫວຽດນາມ ຢູ່ຕ່າງປະເທດໃຫ້ດີກວ່າອີກ, ໜູນຊ່ວຍພໍ່ແມ່ພີ່ນ້ອງຊາວຫວຽດນາມເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນໃຫ້ເປັນຢ່າງດີ, ສາມັກຄີ, ພັດທະນາ, ໝັ້ນຄົງເຂັ້ມແຂງ, ກໍຄືຈັດຕັ້ງຫຼາຍກິດຈະກຳເພື່ອເຕົ້າໂຮມພໍ່ແມ່ພີ່ນ້ອງ, ພິເສດແມ່ນໄວໜຸ່ມໄດ້ເຂົ້າຮ່ວມ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ; ສືບຕໍ່ຕັ້ງໜ້າໂຄສະນາ, ຜັນຂະຫຍາຍການປະຕິບັດບັນດາມະຕິຂອງພັກ, ສົ່ງແຮງບັນດານໃຈໃຫ້ຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ ຮ່ວມເດີນທາງພ້ອມກັບກໍ່ສ້າງປະເທດໃຫ້ພັດທະນາວັດທະນາຖາວອນ.
ກໍໃນຕອນບ່າຍຂອງວັນດຽວກັນ, ທ່ານເລືອງເກື່ອງ ປະທານປະເທດ ຫວຽດນາມ ແລະ ພັນລະຍາ ໄດ້ໄປຢ້ຽມຢາມ ມະຫາຫໍພິພິທະພັນ ອີຢິບ (Grand Egyptian Museum), ເຊິ່ງແມ່ນໜຶ່ງໃນບັນດາກິດຈະກຳວັດທະນະທຳທີ່ໃຫຍ່ໂຕມະໂຫຖານທີ່ສຸດຂອງ ອີຢິບ ໃນສະຕະວັດທີ 21.