ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ນີ້ແມ່ນກຳລັງຫຼັກແຫຼ່ງ, ນຳໜ້າໃນການພັດທະນາວິທະຍາສາດເຕັກໂນໂລຢີ, ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ, ສິລະປະ ຫວຽດນາມ ທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມພົບປະ
ກ່າວຄຳເຫັນທີ່ກອງປະຊຸມພົບປະກັບຜູ້ແທນ 80 ທ່ານທີ່ຕາງໜ້າໃຫ້ແກ່ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນ ໃນທົ່ວປະເທດເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງການປະຕິວັດເດືອນສິງຫາ ປະສົບຜົນສຳເລັດ (19/8/1945-19/8/2025) ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ (2/9/1945-2/9/2025) ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 6 ສິງຫາ ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຮັບຮູ້ບັນດາການປະກອບສ່ວນຂອງຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິລະປິນທົ່ວປະເທດ ໃນຕະຫຼອດໄລຍະຜ່ານມາ.
ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ນີ້ແມ່ນກຳລັງຫຼັກແຫຼ່ງ, ນຳໜ້າໃນການພັດທະນາວິທະຍາສາດເຕັກໂນໂລຢີ, ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ, ສິລະປະ ຫວຽດນາມ ທີ່ກ້າວໜ້າເຂັ້ມຂົ້ນໄປດ້ວຍສີສັນຊາດ. ເມື່ອແບ່ງປັນກັບບັນດາຜູ້ແທນກ່ຽວກັບການກຳນົດທິດໃຫຍ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ:
ສູນກາງພວມຕັ້ງໜ້າກະກຽມເພື່ອໃຫ້ກອງປະຊຸມໃຫຍ່ຄັ້ງທີ XIV ກາຍເປັນກອງປະຊຸມໃຫຍ່ແຫ່ງຂີດໝາຍ, ນຳປະເທດຊາດກ້າວເຂົ້າສູ່ສັງກາດຮັ່ງມີເຂັ້ມແຂງ, ພັດທະນາແບບຍືນຍົງ ເພື່ອການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຂອງປະຊາຊົນ. ຈຸດໃໝ່ອ່ຽມໃນກອງປະຊຸມໃຫຍ່ຄັ້ງນີ້ແມ່ນການໂຮມ 3 ເອກະສານສຳຄັນຂອງກອງປະຊຸມໃຫຍ່ ລວມມີ ບົດລາຍງານການເມືອງ, ເສດຖະກິດ ສັງຄົມ, ບົດລາຍງານວຽກງານກໍ່ສ້າງພັກ ເປັນບົດລາຍງານສັງລວມ ດ້ວຍຊື່ທີ່ວ່າ ບົດລາຍງານການເມືອງ ແລະ ກອງປະຊຸມໃຫຍ່ກໍຈະຮັບຮອງເອົາ ໂຄງການດຳເນີນງານໃຫ້ແກ່ທັງອາຍຸການ.
(ແຫຼ່ງຄັດຈາກ VOV)