ທ່ານ ເລືອງເກື່ອງ, ປະທານປະເທດ ສະເໜີໃຫ້ ອີຢິບ ສ້າງຄວາມສະດວກໃຫ້ແກ່ວິສາຫະກິດ 2 ປະເທດລົງທຶນ, ຮ່ວມມືດຳເນີນທຸລະກິດໃນບັນດາຂົງເຂດທີ່ມີທ່າແຮງ.
(ທ່ານ ເລືອງເກື່ອງ ປະທາປະທານປະເທດ ຫວຽດນາມ ແລະ ທ່ານ Abdel Fattah Al-Sisi, ປະທານາທິບໍດີ ອີຢິບ)
ຕອນບ່າຍວັນທີ 05 ສິງຫາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ກາຍໂຣ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ສ.ອາຣັບ, ອີຢິບ ຢ່າງເປັນທາງການ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະເຈລະຈາກັບທ່ານ Mostafa Madbouly, ນາຍົກລັດຖະມົນຕີ ອີຢິບ.
ທີ່ການພົບປະເຈລະຈາ, ທ່ານ ເລືອງເກື່ອງ, ປະທານປະເທດ ສະເໜີໃຫ້ ອີຢິບ ສ້າງຄວາມສະດວກໃຫ້ແກ່ວິສາຫະກິດ 2 ປະເທດລົງທຶນ, ຮ່ວມມືດຳເນີນທຸລະກິດໃນບັນດາຂົງເຂດທີ່ມີທ່າແຮງ, ຄື: logistics, ກໍ່ສ້າງພື້ນຖານໂຄງລ່າງດ້ານພະລັງງານ, ການຜະລິດອຸດສາຫະກຳ, ກໍຄືໃນຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນຄື ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, halal…
ສ່ວນທ່ານ Mostafa Madbouly, ນາຍົກລັດຖະມົນຕີ ປາດຖະໜາ 2 ຝ່າຍມຸ່ງໄປເຖິງການເລີ່ມເຄື່ອນໄຫວການເຈລະຈາສັນຍາການຄ້າເສລີ (FTA) ຫວຽດນາມ - ອີຢິບ. ທ່ານສະເໜີສ້າງຕັ້ງສະພາດຳເນີນທຸລະກິດ ຫວຽດນາມ - ອີຢິບ ແລະ ຢືນຢັນວ່າ ຈະສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ຫວຽດນາມ ດຳເນີນທຸລະກິດຢູ່ ອີຢິບ ແລະ ພ້ອມແລ້ວຈະຕ້ອນຮັບນັກສຶກສາ ຫວຽດນາມ ໄປຮຽນຢູ່ມະຫາວິທະຍາໄລມຸດສະລິມ ແລະ ບັນດາໂຮງຮຽນຂອງ ອີຢິບ.
ກ່ອນໜ້ານັ້ນ, ຕອນເຊົ້າວັນດຽວກັນ, ພາຍຫຼັງການເຈລະຈາລະຫວ່າງທ່ານ ເລືອງເກື່ອງ ປະທາປະທານປະເທດ ຫວຽດນາມ ແລະ ທ່ານ Abdel Fattah Al-Sisi, ປະທານາທິບໍດີ ອີຢິບ, ການນຳ 2 ທ່ານໄດ້ພົບປະກັບວົງການສື່ມວນຊົນ ແລະ ຢືນຢັນວ່າ ການເຈລະຈາບັນລຸຜົນສຳເລັດ. 2 ຝ່າຍໄດ້ເຫັນດີຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ ເພື່ອສາມາດຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງແຕ່ລະຝ່າຍໃຫ້ເປັນຢ່າງດີກວ່າ, ພິເສດແມ່ນໃນຂົງເຂດກະສິກຳ, ອຸດສາຫະກຳ, ການຄ້າ, ການລົງທຶນ, ເພື່ອການພັດທະນາລວມ ແລະ ຜົນປະໂຫຍດຂອງທັງ 2 ປະເທດ.
ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ ເລືອງເກື່ອງ, ປະທານປະເທດ ຢືນຢັນວ່າ:
“ຂ້າພະເຈົ້າເຫັນວ່າ 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ມີການເພີ່ມເຕີມໃຫ້ແກ່ກັນ, ພວກຂ້າພະເຈົ້າໄດ້ຢືນຢັນຄວາມຕັດສິນໃຈຍົກວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເປັນ 1 ຕື້ USD ໃນໄລຍະຈະມາເຖິງ. ບົນເນື້ອໃນຈິດໃຈນັ້ນ, 2 ຝ່າຍໄດ້ເຫັນດີສ້າງເງື່ອນໄຂ, ພິຈາລະນາຢ່າງຕັ້ງໜ້າເພື່ອເປີດປະຕູຕະຫຼາດໃຫ້ແກ່ບັນດາຜະລິດຕະພັນກະສິກຳທີ່ມີທ່າແຮງຂອງກັນ. 2 ຝ່າຍກໍ່ເຫັນດີເພີ່ມທະວີການແບ່ງປັນບັນດາໂອກາດລົງທຶນ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ 2 ປະເທດເຂົ້າຮ່ວມບັນດາໂຄງການໃນຂົງເຂດບຸລິມະສິດ”.
ເນື່ອງໃນໂອກາດນີ້, ວັນທີ 05 ສິງຫາ, ສື່ມວນຊົນແຫ່ງລັດ ອີຢິບ ແລະ ບັນດາໜັງສືພິມໃຫຍ່ຂອງ ອີຢີ ໄດ້ພ້ອມກັບໃຫ້ຂ່າວກ່ຽວກັບການເຄື່ອນໄຫວໃນການຢ້ຽມຢາມທາງລັດຖະກິດຂອງທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ.
ໜັງສືພິມ Egyptian Gazette ໄດ້ຂຽນວ່າ “ການນຳ 2 ທ່ານໄດ້ເຫັນດີຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ໂດຍອີງໃສ່ພື້ນຖານການຮ່ວມມືລວມລະຫວ່າງ 2 ປະເທດໃນທຸກຂົງເຂດ, ໃນນັ້ນມີກະສິກຳ, ການຜະລິດ, ການຄ້າ ແລະ ການລົງທຶນ”.
ດ້ວຍຫົວຂໍ້ວ່າ “ການພົວພັນ ອີຢີບ - ຫວຽດນາມ: ຮ່ວມມື ແລະ ຄູ່ຮ່ວມມືຍຸດທະສາດໄດ້ຮັບການປ່ຽນແປງໃໝ່ພາຍໃຕ້ສະໄໝຂອງທ່ານ Abdel Fattah Al-Sisi, ປະທານາທິບໍດີ”. ບົດຂຽນໄດ້ຢືນຢັນວ່າ, ພາຍໃຕ້ສະໃໝຂອງທ່ານ Abdel Fattah Al-Sisi, ປະທານາທິບໍດີ, ການພົວພັນ ອີຢິບ - ຫວຽດນາມ ໄດ້ເພີ່ມພູນຄຸນສ້າງຢ່າງບໍ່ຢຸດຢັ້ງ, ປ່ຽນແປງໃໝ່ ແລະ ຍົກລະດັບ ດ້ວຍການຢ້ຽມຢາມຂັ້ນສູງເຊິ່ງກັນແລະກັນ, ມີຂໍ້ຕົກລົງຫຼາຍສະບັບໄດ້ຮັບການລົງນາມ.