ໃນຂອບເຂດເວທີປາໄສຍັງດຳເນີນບັນດາວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ປະກອບສ່ວນສ້າງລະບອບລະບຽບການ, ນະໂຍບາຍ, ກົດໝາຍໃຫ້ສົມບູນແບບ.
ທີ່ເວທີປາໄສ (ພາບ: quochoi.vn)
ຕອນເຊົ້າວັນທີ 06 ສິງຫາ, ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດເວທີປາໄສຂອງສະພາແຫ່ງຊາດກ່ຽວກັບການເຄື່ອນໄຫວຕິດຕາມກວດກາ ດ້ວຍຫົວຂໍ້ “ການຕິດຕາມກວດກາຂອງສະພາແຫ່ງຊາດ ເພື່ອສ້າງສັນການພັດທະນາ”. ນີ້ແມ່ນຄັ້ງທຳອິດທີ່ສະພາແຫ່ງຊາດຈັດເວທີປາໄສ.
ກ່າວຄຳເຫັນທີ່ພິທີໄຂເວທີປາໄສ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ເນັ້ນໜັກວ່າ, ຄະນະປະຈຳສະພາແຫ່ງຊາດຕ້ອງຕິດຕາມກວດກາເປັນປະຈຳເພື່ອກວດພົບບັນດາບັນຫາທີ່ບໍ່ທ່ວງທັນ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ.
“ສະພາບການຕົວຈິງໃນປະຈຸບັນ, ໃນການປະຕິບັດຮູບແບບອຳນາດການປົກຄອງ 2 ຂັ້ນ, ຄະນະປະຈຳສະພາແຫ່ງຊາດ ຕ້ອງຕິດຕາມກົດໝາຍ, ດຳລັດ, ຈົດໝາຍລັດຖະການ, ເພື່ອເບິ່ງວ່າ ກົດໝາຍທີ່ໄດ້ປະກາດໃຊ້ນັ້ນ ດຳລັດສາມາດໄປທັນຫຼືບໍ່; ດຳລັດຖືກກັບກົດໝາຍຫຼືບໍ່… ນີ້ແມ່ນບັນຫາທີ່ຕ້ອງເຮັດເປັນປະຈຳ, ກະທັນຫັນ ເພື່ອກວດພົບບັນດາບັນຫາທີ່ບໍ່ທ່ວງທັນ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ”.
ໃນຂອບເຂດເວທີປາໄສຍັງດຳເນີນບັນດາວາລະປຶກສາຫາລືຫົວເລື່ອງສະເພາະກ່ຽວກັບການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ປະກອບສ່ວນສ້າງລະບອບລະບຽບການ, ນະໂຍບາຍ, ກົດໝາຍໃຫ້ສົມບູນແບບ.
(ແຫຼ່ງຄັດຈາກ VOV)