ທ່ານ Hanafy El Gebaly, ປະທານສະພາຕ່ຳ ປາດຖະໜາຢາກຊຸກຍູ້ການຮ່ວມມືລັດຖະສະພາລະຫວ່າງ 2 ຝ່າຍໃນທັງແງ່ມູມ 2 ຝ່າຍ ແລະ ຫຼາຍຝ່າຍ.
ທີ່ການພົບປະສົນທະນາກັບທ່ານ Hanafy El Gebaly, ປະທານສະພາຕ່ຳ ອີຢິບ ໃນຕອນເຊົ້າວັນທີ 06 ສິງຫາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ.ອາຣັບ ອີຢິບ ຢ່າງເປັນທາງການ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ປາດຖະໜາວ່າ ສະພາຕ່ຳ ອີຢິບ ຈະສືບຕໍ່ສະໜັບສະໜູນການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອີຢິບ ໃຫ້ຫຼາຍກວ່າເກົ່າ; ຕິດຕາມ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ບັນລຸໄດ້ລະຫວ່າງ 2 ປະເທດໃຫ້ມີປະສິດທິຜົນ.
ຕີລາຄາສູງບົດບາດຂອງສະພາແຫ່ງຊາດ ຫວຽດນາມ ໃນການສ້າງລະບົບກົດໝາຍໃຫ້ສົມບູນແບບ, ທ່ານ Hanafy El Gebaly, ປະທານສະພາຕ່ຳ ປາດຖະໜາຢາກຊຸກຍູ້ການຮ່ວມມືລັດຖະສະພາລະຫວ່າງ 2 ຝ່າຍໃນທັງແງ່ມູມ 2 ຝ່າຍ ແລະ ຫຼາຍຝ່າຍ; ທ່ານສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ແລະ ປາດຖະໜາຢາກຕ້ອນຮັບຊາວ ຫວຽດນາມ ໄປທ່ອງທ່ຽວ, ກໍຄືຮ່ຳຮຽນຢູ່ບັນດາມະຫາວິທະຍາໄລຂອງ ອີຢິບ.
(ແຫຼ່ງຄັດຈາກ VOV)