ວັນທີ 6 ສິງຫາ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ກາຍໂຣ, ດຳເນີນການຢ້ຽມຢາມທາງລັດຖະກິດຢູ່ ສ. ອັງໂກລາ ແຕ່ວັນທີ 6 – 8 ສິງຫາ 2025 ຕາມຄຳເຊື້ອເຊີນຂອງທ່ານ João Manuel Gonçalves Lourenço ປະທານາທິບໍດີ ສ. ອັງໂກລາ ແລະ ພັນລະຍາ.
ທ່ານ ປະທານປະເທດ ເລືອງເກື່ອງ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ອັງໂກລາ
ພາຍຫຼັງສິ້ນສຸດບັນດາການເຄື່ອນໄຫວໃນການຢ້ຽມຢາມທາງລັດຖະກິດຢູ່ ອີຢິບ, ວັນທີ 6 ສິງຫາ, ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ກາຍໂຣ, ດຳເນີນການຢ້ຽມຢາມທາງລັດຖະກິດຢູ່ ສ. ອັງໂກລາ ແຕ່ວັນທີ 6 – 8 ສິງຫາ 2025 ຕາມຄຳເຊື້ອເຊີນຂອງທ່ານ João Manuel Gonçalves Lourenço ປະທານາທິບໍດີ ສ. ອັງໂກລາ ແລະ ພັນລະຍາ. ນີ້ແມ່ນການຢ້ຽມຢາມທາງລັດຖະກິດຢູ່ ອັງໂກລາ ຄັ້ງທຳອິດຂອງປະມຸກລັດ ຫວຽດນາມ ພາຍຫຼັງ 17 ປີ. ການຢ້ຽມຢາມຄັ້ງນີ້ ແມ່ນໂອກາດເພື່ອໃຫ້ການນຳຂັ້ນສູງສອງປະເທດ ຫວຽດນາມ ແລະ ອັງໂກລາ ສຳຫຼວດກວດຄືນ, ຕີລາຄາຄືນໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ວາງອອກທິດທາງພັດທະນາ ແລະ ມາດຕະການຊຸກຍູ້ການພົວພັນຮ່ວມມື, ເປີດໄລຍະພັດທະນາໃໝ່ໃນການພົວພັນສອງປະເທດ.
(ແຫຼ່ງຄັດຈາກ VOV)