• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາສູງແຫ່ງລາຊາອານາຈັກກຳປູເຈຍມາຢ້ຽມຢາມຫວຽດນາມຢ່າງເປັນທາງການ

ແມ່ນການເຄື່ອນໄຫວການເມືອງການພົວພັນຕ່າງປະເທດ ທີ່ສຳຄັນລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາສູງແຫ່ງລາຊາອານາຈັກກຳປູເຈຍ ໃນປີ 2022 ເປັນ “ປີມິດຕະພາບ ຫວຽດນາມ-ກຳປູເຈຍ
  ທ່ານ ແຊມແດັກ ໄຊຈູມ ປະທານສະພາສູງສຸດ ແຫ່ງລາຊາອານາຈັກກຳປູເຈຍ (ພາບ:TTXVN)  

ໂດຍການຮັບຄຳເຊີນຂອງ ທ່ານເວືອງດີ້ງເຫວະ ປະທານສະພາແຫ່ງຊາດ ຫວຽດນາມ, ທ່ານ ແຊມແດັກ ໄຊຈູມ ປະທານສະພາສູງສຸດ  ແຫ່ງລາຊາອານາຈັກກຳປູເຈຍ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຂອງສະພາສູງແຫ່ງລາຊາອານາຈັກກຳປູເຈຍ ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 24 ຕຸລາ ເຖິງວັນທີ 26 ຕຸລາ.

ນີ້ແມ່ນການເຄື່ອນໄຫວການເມືອງການພົວພັນຕ່າງປະເທດ ທີ່ສຳຄັນລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະພາສູງແຫ່ງລາຊາອານາຈັກກຳປູເຈຍ ໃນປີ 2022 ເປັນ “ປີມິດຕະພາບ ຫວຽດນາມ-ກຳປູເຈຍ, ກຳປູເຈຍ-ຫວຽດນາມ”, ເນື່ອງໃນໂອກາດຄົບຮອບ 55 ປີ ວັນແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງສອງຊາດ (24 ມິຖຸນາ 1967), ປະກອບສ່ວນໃນການເພີ່ມທະວີຄວາມໃກ້ຊິດ, ຄວາມເຊື່ອໝັ້ນທາງການເມືອງ ລະຫວ່າງສອງພັກ, ສອງລັດ ແລະ ສອງອົງການນິຕິບັນຍັດ.

(ແຫຼ່ງຄັດຈາກ VOV)

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ການ​ພົວ​ພັນ ຫວຽດ​ນາມ ຈີ​ເລ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເລິກ​ເຊິ່ງ, ແທ້​ຈິງ

ທ່ານ​ José Antonio Kast ປະ​ທາ​ນາ​ທິ​ບໍ​ດີ ຈີ​ເລ ໃຫ້​ຮູ້​ວ່າ ຈີ​ເລ​ ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ຫວຽດ​ນາມ; ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ຈີ​ເລ​ພ້ອມ​ກັນ​ເປີດກວ້າງ​ບັນ​ດາ​ຮູບ​ແບບ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຢີ.

Top