• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫງວຽນຊວນຟຸກປຶກສາຫາລືມາດຕະການແກ້ໄຂເພີ່ມທະວີການຮ່ວມມື 2 ຝ່າຍກັບການນຳບັນດາປະເທດເຂົ້າຮ່ວມ G20

ວັນທີ 29 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ ແລະ ສົນທະນາກັບການນຳບາງປະເທດທີ່ເຂົ້າຮ່ວມກອງປະຊຸມສຸດຍອດ G20.

(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີລັດເຊຍ Vladimir Putin)

ທີ່ການພົບປະກັບທ່ານປະທານາທິບໍດີລັດເຊຍ Vladimir Putin, ການນຳ 2 ທ່ານໄດ້ເຫັນດີນຳກັນຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງເຊິ່ງ 2 ຝ່າຍໄດ້ລົງນາມໃນບັນດາການຢ້ຽມຢາມຂັ້ນສູງເປັນທາງການລະຫວ່າງ 2 ປະເທດ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດໃຫ້ນັບມື້ນັບແທດຈິງ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໂດຍສະເພາະແມ່ນໃນຂົງເຂດພະລັງງານ, ນ້ຳມັນອາຍແກັດ, ເຕັກໂນໂລຊີສູງ.

        ທີ່ການພົບປະກັບທ່ານນາຍົກລັດຖະມົນຕີອົດສະຕາລີ, ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ໄດ້ສະໜັບສະໜູນຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020 ຢ່າງສຳເລັດຜົນ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບອາຊຽນ (ກົນໄກອາຊຽນ + 1) ກວ່າອີກ. ການນຳ 2 ທ່ານໄດ້ແບ່ງປັນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍມີຄວາມສົນໃຈ, ໃນນັ້ນມີເລື່ອງປັບປຸງສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການເດີນເຮືອຢູ່ທະເລ ແລະ ການບິນຢູ່ພາກພື້ນ…

        ທີ່ການພົບປະກັບນາຍົກລັດຖະມົນຕີເຢຍລະມັນ, ການນຳ 2 ທ່ານໄດ້ຢືນຢັນຄຳໝັ້ນສັນຍາກສືບຕໍ່ຜັນຂະຫຍາຍບັນດາມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ເຢຍລະມັນ ຢ່າງແຮງກວ່າ ແລະ ນັບມື້ນັບໄດ້ຮັບການເປີດກ້ວາງ, ເຂົ້າສູ່ລວງເລິກ, ແທດຈິງກວ່າໃນໄລຍະຈະມາເຖິງ.

        ນອກນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫວຽນຊວນຟຸກ ຍັງໄດ້ມີການພົບປະກັບປະທານາທິບໍດີສ.ເກົາຫຼີ; ປະທານທະນາຄານໂລກ; ປະທານທະນາຄານພັດທະນາອາຊີ; ເລຂາທິການໃຫຍ່ສະຫະປະຊາຊາດ ເຊັ່ນດຽວກັນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top