• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ລາວ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ CLMV-12 ແລະ ACMECS-11

ທີ່ບັນດາການພົບປະ, ການນຳຂອງສອງປະເທດໄດ້ຢືນຢັນຄວາມສຳຄັນໃນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ ແລະ ລາວ
  (​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຕ້ອນ​ຮັບ​ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ສະເຫຼີມໄຊ ກົມມະສິດ. (ພາບ: VNA))  

ຕອນເຊົ້າ​ວັນ 29 ພະຈິກ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີແຫ່ງ ສ​ປ​ປ. ລາວ ແລະ ພັນລະຍາ ໄດ້ເດີນ​ທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ການເຂົ້າຮ່ວມກອງປະຊຸມສຸດຍອດ CLMV ຄັ້ງທີ 12 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 11 ແຕ່ວັນທີ 27 ແລະ 28 ພະຈິກ 2026, ຕາມຄຳເຊີນຂອງ ທ່ານ ເລ​ມິງ​ຮຶງ, ນາຍົກລັດຖະມົນຕີ​ແຫ່ງ ສ​ສ.ຫວຽດ​ນາມ.

​ກ່ອນ​ໜ້ານັ້ນ, ທີ່​ບັນ​ດາ​ການ​ພົບ​ປະ, ການນຳຂອງສອງປະເທດໄດ້ຢືນຢັນ​ຄວາມ​ສຳ​ຄັນໃນ​​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາມັກຄີແບບພິເສດ, ການຮ່ວມມື​ຮອບ​ດ້ານ ແລະ ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດນາມ ແລະ ລາວ; ​ພ້ອມ​ກັນ​ນັ້ນ ກໍ່ເນັ້ນໜັກວ່າ ການຢ້ຽມຢາມໄດ້ປະກອບສ່ວນປັບ​ປຸງຄວາມໄວ້ເນື້ອເຊື່ອໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້​ກາ​ນ​ຜັນ​ຂະ​ຫຍາຍ​ບັນ​ດາຂໍ້ຕົກລົງຂັ້ນສູງ. ສອງຝ່າຍ​ເຫັນ​ດີເປັນເອກະພາບ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານປ້ອງກັນ​ຊາດ ປ້ອງ​ກັນ​ຄວາ​ມ​ສະ​ຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ. ສອງປະເທດ​ກໍ່​ເປັນ​ເອ​ກະ​ພາບກະກຽມໃຫ້​ແກ່​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ຮ່ວມ​ມື​ໃນ​ປີ 2027 ໃຫ້ເປັນຢ່າງດີ, ​ພິ​ເສດ​ແມ່ນປີສາມັກຄີ​ມິດ​ຕະ​ພາບ ຫວຽດນາມ-ລາວ, ສະເຫຼີມສະຫຼອງ 65 ປີ ແຫ່ງ​ວັນສ້າງຕັ້ງ​ການພົວພັນທາງການທູດ (05 ກັນຍາ 1962 - 05 ກັນຍາ 2027) ແລະ 50 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 - 18 ກໍລະກົດ 2027).

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ຜັນຂະຫຍາຍຈິນຕະນາການຄວາມໝັ້ນຄົງທີ່ສ້າງສັນໃນການປ້ອງກັນ, ຕ້ານອາດຊະຍາກຳສິ່ງແວດລ້ອມໃຫ້ມີປະສິດທິຜົນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ຜັນຂະຫຍາຍຈິນຕະນາການຄວາມໝັ້ນຄົງທີ່ສ້າງສັນໃນການປ້ອງກັນ, ຕ້ານອາດຊະຍາກຳສິ່ງແວດລ້ອມໃຫ້ມີປະສິດທິຜົນ

ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຍ້ອງຍໍບັນດາຜົນງານຂອງກອງກຳລັງໃນໄລຍະ 20 ປີທີ່ຜ່ານມາ

Top