• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ: ຫັນທ່າແຮງຂອງແຕ່ລະປະເທດໃຫ້ກາຍເປັນກຳລັງແຮງລວມຂອງພາກພື້ນ CLMV

ການຮ່ວມມືລະຫວ່າງ 4 ປະເທດໄດ້ປະກອບສ່ວນສຳຄັນເຂົ້າໃນການຫຼຸດຊ່ອງຫວ່າງຂອງການພັດທະນາ, ຊຸກຍູ້ການເຊື່ອມໂຍງເສດຖະກິດ ແລະ ຢືນຢັນບົດບາດເປັນຂົ້ວເຕີບໂຕທີ່ຂະຫຍັນຂັນເຄື່ອນເປັນເທື່ອລະກ້າວ.
ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 12 (ພາບ: VNA)
ກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 12 (ພາບ: VNA)

ດ້ວຍຫົວຂໍ້ “ເຊື່ອມຕໍ່ ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ: ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ສ້າງ​ສັນອະນາຄົດ​ວັດ​ທະ​ນາ​ຖາ​ວອນ” ກອງ​ປະ​ຊຸມ​ສຸດຍອດການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 12 ໄດ້ຈັດຂຶ້ນໃນຕອນບ່າຍ​ວັນ​ທີ 28 ພະຈິກ, ຢູ່ ຮ່າໂນ້ຍ.

ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ ເລ​ມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນ​າມ ​ຕີ​ລາ​ຄາວ່າ ການຮ່ວມມືລະຫວ່າງ 4 ປະເທດໄດ້ປະກອບສ່ວນສຳຄັນເຂົ້າ​ໃນການຫຼຸດ​ຊ່ອງ​ຫວ່າງ​ຂອງການພັດທະນາ, ​ຊຸກ​ຍູ້ການເຊື່ອມໂຍງເສດຖະກິດ ແລະ ຢືນຢັນບົດບາດ​ເປັນ​ຂົ້ວ​ເຕີບໂຕທີ່ຂະ​ຫ​ຍັນ​ຂັນ​ເຄື່ອນເປັນເທື່ອລະກ້າວ. ທ່ານນາຍົກລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະເໜີວ່າ:

“ເສີ​ມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ສັງ​ລວມຂອງແຕ່ລະປະເທດໃຫ້ກາຍເປັນກຳ​ລັງ​ແຮງ​ລວມ; ​ຮັບ​ປະ​ກັນຜົນປະໂຫຍດອັນກົມກຽວຂອງທຸກປະເທດສະມາຊິກ; ​ສ້າງ​ຄວາມສະດວກເພື່ອ​ໃຫ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ຈາກເຂດຕົວເມືອງ, ຊົນນະບົດຕະ​ຫຼອດ​ຮອດເຂດຫ່າງໄກສອກຫຼີກ​ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ ແລະ ​ຊົມ​ໃຊ້​ການ​ເຊື່ອມ​ຕໍ່ຍຸດທະສາດດ້ວຍວິໄສທັດໄລຍະຍາວ, ​ຮັບ​ປະ​ກັນ​ການ​ພັດທະນາແບບຍືນຍົງໃນທຸກດ້ານ ແລະ ປະກອບສ່ວນຢ່າງ​ແທດ​ຈິງ​ໃຫ້​ແກ່ການພັດ​ທະ​ນາຂອງແຕ່ລະປະເທດ ແລະ ວິ​ວັດ​ທະ​ນາ​ການສ້າງປະຊາຄົມ ອາຊຽນ”.

​ສິ້​ນ​ສຸດກອງປະຊຸມ, ບັນ​ດາ​ການນຳໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງ​ກອງ​ປະ​ຊ​ຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 12 ພ້ອມກັບ ເອກະສານຊ້ອນທ້າຍ 2 ສະ​ບັບທີ່ສຳຄັນຄື ຂໍ້ລິເລີ່ມແລວທ່າ​ບົກອັດສະລິ​ຍະ​ສີ່ປະເທດ ແລະ ຂໍ້ລິເລີ່ມວິວັດການເດີນທາງມໍລະດົກວັດທະນະທຳສີ່ປະເທດ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ເປັນບາດກ້າວສຳຄັນ ປະກອບສ່ວນເຂົ້າໃນວິໄສທັດປະຊາຄົມ ອາຊຽນ 2045

ກອງປະຊຸມສຸດຍອດ CLMV ຄັ້ງທີ 12 ເປັນບາດກ້າວສຳຄັນ ປະກອບສ່ວນເຂົ້າໃນວິໄສທັດປະຊາຄົມ ອາຊຽນ 2045

ທີ່ກອງປະຊຸມ, ບັນດາການນຳໄດ້ຮັບຮູ້ຜົນສຳເລັດຂອງແຕ່ລະປະເທດ ກໍ່ຄືຂອງທັງກຸ່ມ CLMV, ພ້ອມທັງທົບທວນຄືນສິ່ງທ້າທາຍ ແລະ ປຶກສາຫາລືຍຸດທະສາດເພື່ອຮັບມືໃນອະນາຄົດ.

Top