• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ວານົວຕູ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດ

ນີ້ແມ່ນເທື່ອທີ 2 ທີ່ທ່ານນາຍົກລັດຖະມົນຕີ ວານົວຕູ Jotham Napat ມາຢ້ຽມຢາມ ຫວຽດນາມ ນັບແຕ່ຮັບດຳລົງຕຳແໜ່ງເມື່ອເດືອນ ກຸມພາ 2025
  ທ່ານ Jotham Napat, ນາຍົກລັດຖະມົນຕີ ວານົວຕູ ແລະ ພັນລະຍາ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ (ພາບ: VNA)  

ວັນ​ທີ 29 ພະ​ຈິກ, ທ່ານ Jotham Napat, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວາ​ນົວ​ຕູ ແລະ ພັນ​ລະ​ຍາ ຈະ​ມາ​ຢ້ຽມ​ຢາມ ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມ​ຢາມ​ຈະ​ດຳ​ເນີນ​​ແຕ່​ວັນ​ທີ 29 ພະ​ຈິກ – 4 ທັນ​ວາ, ຕາມ​ຄຳ​ເຊີນ​ຂອງ​ ທ່ານ ເລ​ມິງ​ຮຶງ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ.

ນີ້​ແມ່ນເທື່ອ​ທີ 2 ທີ່​ທ່ານ​ນາຍົກລັດຖະມົນຕີ ວາ​ນົວ​ຕູ Jotham Napat ​ມາ​ຢ້ຽມຢາມ ຫວຽດນາມ ນັບ​ແຕ່​ຮັບ​ດຳ​ລົງ​ຕຳ​ແໜ່​ງ​ເມື່ອ​ເດືອນ ກຸມ​ພາ 2025, ​ແຕ່​ເປັນ​ຄັ້ງ​ທຳ​ອິດ​ທີ່​ທ່ານ​ໄດ້​ມາ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ. ກ່ອນ​ໜ້າ​ນັ້ນ, ທ່ານ​ເຄີຍມາ​ຢ້ຽມຢາມ ​ຫວຽດນາມ ແບບ​ບໍ່​ເປັນ​ທາງ​ການ ​ເປັນ​ເວ​ລາ 12 ວັນ, ​ແຕ່​ວັນ​ທີ 13 – 25 ມັງກອນ 2026.

ຫວຽດນາມ ​ແລະ ວາ​ນົວ​ຕູ ​ໄດ້​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1982. ປະຈຸ​ບັນ, ຊາວ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະຊາ​ຄົມຄົນ​ຕ່າງປະ​ເທດ​ໃຫຍ່​ກວ່າ​ໝູ່​ຢູ່ ວາ​ນົວ​ຕູ. ໃນ​ຂະ​ນະ​ນັ້ນ, ນັກ​ສຶກ​ສາ ວາ​ນົວ​ຕູ ຈໍາ​ນວນ​ຫຼາຍ​ກໍ່ພວມ​ຮ່ຳ​ຮຽນ​ຢູ່ 8 ສະ​ຖານການ​ບຳ​ລຸງ​ສ້າງ​ຢູ່ ​ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດຕໍ່ການພັດທະນາສາຍພົວພັນ ຫວຽດນາມ ແລະ ລາວ

ຫວຽດນາມ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດຕໍ່ການພັດທະນາສາຍພົວພັນ ຫວຽດນາມ ແລະ ລາວ

ທ່ານ ເຈິ່ນເກີມຕູ, ສະເໜີໃຫ້ສອງຝ່າຍຮັກສາການພົບປະແລກປ່ຽນຂັ້ນສູງເປັນປະຈຳ, ສົມທົບກັນຜັນຂະຫຍາຍປະຕິບັດຂໍ້ຕົກລົງຢ່າງມີປະສິດທິຜົນ

Top