• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດກ່າວເຕືອນຄວາມສ່ຽງໄພອຶດຫິວຍ້ອນການປະທະກັນ ແລະ El Nino

ເຖິງວ່າການປະທະກັນດ້ວຍການປະກອບອາວຸດ ແລະ ການໃຊ້ຄວາມຮຸນແຮງແມ່ນສາຍເຫດຫຼັກທີ່ພາໄປເຖິງຄວາມຂາດຄວາມໝັ້ນຄົງດ້ານອາຫານທີ່ຮ້າຍແຮງໃນທົ່ວໂລກ
ຊູດັງ, ຊູດັງໃຕ້, ໂຊມາເລຍ, ພາກເໜືອຂອງ ໄນຈີເຣຍ ແລະ ເຢແມນ ໜ້າເປັນຫ່ວງທີ່ສຸດ (ພາບ​ປະ​ກອບ: ຊິນຮົວ/VNA)

ວັນທີ 27 ພະຈິກ, ອົງການອາຫານ ແລະ ການ​ກະ​ເສດ ສະຫະປະຊາຊາດ (FAO) ພ້ອມ​ກັບ ອົງການອາ​ຫານໂລກ (WFP) ໄດ້ປະ​ກາດບົດລາຍງານ​ລວມ ໃນ​ນັ້ນ​ກ່າວ​ເຕືອນໄພອຶດຫິວ​ຢູ່ 16 ພາກພື້ນ (ສ່ວນ​ຫຼາຍແມ່ນຢູ່ ອາຟະ​ລິກາ) ມີຄວາມ​ສ່ຽງ​ຈະ​ຮ້າຍແຮງຂຶ້ນພາຍ​ໃນ​ເວ​ລາຫົກເດືອນ​ຈະ​ມາ​ເຖິງ.

ຕາມບົດລາຍງານ, ເຖິງວ່າ​ການ​ປະ​ທະ​ກັນ​ດ້ວຍ​ການ​ປະ​ກອບອາວຸດ ແລະ ​ການ​ໃຊ້​ຄວາມ​ຮຸນແຮງແມ່ນສາຍເຫດຫຼັກທີ່​ພາ​ໄປ​ເຖິງ​ຄວາມ​ຂາດຄວາມໝັ້ນຄົງດ້ານ​​ອາ​ຫານທີ່ຮ້າຍແຮງໃນທົ່ວໂລກ, ​ແຕ່​ບັນ​ດາເຫດການສະພາບອາກາດທີ່​ຮ້າຍແຮງ​ຄື El Nino ກໍ່ແມ່ນ​ອີກໜຶ່ງ​ໃນ​ບັນ​ດາ​ສາຍ​ເຫດ​ໃຫຍ່​. FAO ແລະ WFP ໄດ້​ນຳ ຊູດັງ, ຊູ​ດັງໃຕ້, ໂຊມາເລຍ, ພາກເໜືອຂອງ ໄນຈີເຣຍ ແລະ ເຢແມນ ​ເຂົ້າໃນ​ບັນ​ຊີລາຍຊື່​ບັນ​ດາພາກພື້ນທີ່ໜ້າເປັນຫ່ວງທີ່ສຸດໃນບົດລາຍງານເຕືອນໄພລ່ວງໜ້າກ່ຽວກັບ 16 "ຈຸດຮ້ອນຂອງຄວາມອຶດຫິວ" ໄລຍະເວລາແຕ່ເດືອນ ທັນວາ 2026 ຮອດເດືອນ ພຶດສະພາ 2027.

(ແຫຼ່ງຄັດຈາກ VOV)

ສູນການເງິນສາກົນຢູ່ນະຄອນ ດ່ານັງ ປະກາດຫ້າຜະລິດຕະພັນການເງິນ

ສູນການເງິນສາກົນຢູ່ນະຄອນ ດ່ານັງ ປະກາດຫ້າຜະລິດຕະພັນການເງິນ

ຕອນເຊົ້າວັນທີ 28 ພະຈິກ, ຢູ່ນະຄອນ ດ່ານັງ, ອົງການບໍລິຫານສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ ດ່ານັງ ໄດ້ຈັດພິທີມອບໃບຢັ້ງຢືນສະມາຊິກ ແລະ ປະກາດຜະລິດຕະພັນຂອງສູນ.

Top