• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕ້ອນຮັບ ທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ

ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ເພີ່ມທະວີການຮ່ວມມືດ້ານການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ
  ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ. (ພາບ: VNA))  

ຕອນບ່າຍວັນ​ທີ 28 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້ຕ້ອນຮັບ ທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ, ເນື່ອງ​ໃນ​ໂອ​ກາດ​ທ່ານມາເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດ​ນາມ (CLMV) ຄັ້ງທີ 12 ແລະ ກອງປະຊຸມສຸດຍອດຍຸດ​ທະ​ສາດ​ການ​ຮ່ວມ​ມືເສດຖະກິດ ອະຣະວາດີ - ເຈົ້າພະຍາ - ແມ່ນໍ້າຂອງ (ACMECS) ຄັ້ງທີ 11.

ທີ່ການພົບປະ, ​ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີເປັນເອກະພາບຈະຮັກສາການແລກປ່ຽນຄະນະຜູ້ແທນ, ການ​ພົບ​ປະຂັ້ນສູງ; ເພີ່ມທະວີການຮ່ວມມືດ້ານການປ້ອງກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ສ້າງ​ເຂດຊາຍແດນ​ແຫ່ງສັນຕິພາບ, ມິ​ດ​ຕະ​ພາບ ແລະ ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ພື້ນ​ຖານໂຄງລ່າງ, ການຄ້າ, ສູ້​ຊົນບັນລຸ​ວົງ​ເງິນ​ການຄ້າສອງຝ່າຍໃຫ້ໄດ້ 20 ຕື້ ໂດລາສະຫະລັດຕໍ່ປີ (ໃນປີ 2025, ​ວົງ​ເງິນການຄ້າສອງຝ່າຍບັນລຸ 11,37 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 12,1% ເມື່ອທຽບໃສ່ປີ 2024).

ເພື່ອມຸ່ງ​ໄປ​ເຖິງ​ພິ​ທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງ​ການພົວພັນທາງການ​ທູດ​ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ (24 ມິຖຸນາ 1967 - 24 ມິຖຸນາ 2027), ສອງຝ່າຍ​ໄດ້​ເຫັນ​ດີເປັນເອກະພາບ​ສົມ​ທົບ​ກັນຈັດການ​ເຄື່ອນ​ໄຫວຕ່າງໆ​ນອນ​ໃນ​ຂອບ​ເຂດປີມິດ​ຕະ​ພາບ ຫວຽດນາມ-ກຳປູເຈຍ 2027

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ຜັນຂະຫຍາຍຈິນຕະນາການຄວາມໝັ້ນຄົງທີ່ສ້າງສັນໃນການປ້ອງກັນ, ຕ້ານອາດຊະຍາກຳສິ່ງແວດລ້ອມໃຫ້ມີປະສິດທິຜົນ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ຜັນຂະຫຍາຍຈິນຕະນາການຄວາມໝັ້ນຄົງທີ່ສ້າງສັນໃນການປ້ອງກັນ, ຕ້ານອາດຊະຍາກຳສິ່ງແວດລ້ອມໃຫ້ມີປະສິດທິຜົນ

ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຍ້ອງຍໍບັນດາຜົນງານຂອງກອງກຳລັງໃນໄລຍະ 20 ປີທີ່ຜ່ານມາ

Top