ດ້ວຍວິໄສທັດສ້າງແມ່ນ້ຳຂອງໃຫ້ກາຍເປັນສູນກາງການຜະລິດທີ່ມີຄຸນນະພາບສູງ, ມີນະວັດຕະກຳ ແລະ ພັດທະນາແບບຍືນຍົງ, ນາຍົກລັດຖະມົນຕີໄດ້ສະເໜີເພີີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາສູນການຜະລິດ, ທ່າກຳປັ່ນ, ດ່າຍຊາຍແດນ
ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)
ຍາມໃດ ຫວຽດນາມ ກໍຖືເປັນສຳຄັນ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃນອະນຸພາກພື້ນແມ່ນ້ຳຂອງ, ຕີລາຄາສູງຕໍ່ບົດບາດຂອງ ACMECS ໃນການປັບປຸງຄວາມສາມັກຄີ, ເພີີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ສຽງເວົ້າລວມຂອງຫ້າປະເທດສະມາຊິກ. ນີ້ແມ່ນຄຳຢືນຢັນຂອງ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໃນຕອນບ່າຍວັນທີ 28 ພະຈິກ, ຢູ່ ຮ່າໂນ້ຍ, ໃນບົດກ່າວປາໄສທີ່ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດ ອະຣະວາດີ - ເຈົ້າພະຍາ - ແມ່ນ້ຳຂອງ (ACMECS) ຄັ້ງທີ 11.
ດ້ວຍວິໄສທັດສ້າງແມ່ນ້ຳຂອງໃຫ້ກາຍເປັນສູນກາງການຜະລິດທີ່ມີຄຸນນະພາບສູງ, ມີນະວັດຕະກຳ ແລະ ພັດທະນາແບບຍືນຍົງ, ນາຍົກລັດຖະມົນຕີໄດ້ສະເໜີເພີີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາສູນການຜະລິດ, ທ່າກຳປັ່ນ, ດ່າຍຊາຍແດນ ແລະ ຕະຫຼາດ; ພັດທະນາແລວເສດຖະກິດ, ເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງຍຸດທະສາດ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ຄົ້ນຄວ້າການສ້າງເຄື່ອງໝາຍການຄ້າລວມໃຫ້ແກ່ "ຜະລິດຕະພັນກະເສດແມ່ນໍ້າຂອງ"; ເພີ່ມທະວີການຄຸ້ມຄອງຊັບພະຍາກອນນໍ້າແບບຍືນຍົງ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບໄພພິບັດ ແລະ ຊຸກຍູ້ສົ່ງເສີມການເຕີບໂຕສີຂຽວ.
ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາຖະແຫຼງການຮ່ວມ Nay Pyi Taw, ກຳນົດທິດທາງການຮ່ວມມືໃນໄລຍະຈະມາເຖິງ.
(ແຫຼ່ງຄັດຈາກ VOV)