ໄຂງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ 8 (HANIFF VIII) ດ້ວຍຫົວຂໍ້ "ຮູບເງົາ - ເຊື່ອມຕໍ່ - ພັດທະນາ" ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 28 ພະຈິກ, ຢູ່ ຮ່າໂນ້ຍ.
ພາບໃນພິທີໄຂງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ 8 (HANIFF VIII). (ພາບ: VNA)
ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ຮູບເງົາໄດ້ສວມບົດບາດສຳຄັນໃນການເຊື່ອມຕໍ່ວັດທະນະທຳ, ເຜີຍແຜ່ຄຸນຄ່າບັນດາວັດທະນະທຳມະນຸດ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດ. ພ້ອມກັນນັ້ນ, ທ່ານກໍ່ຢືນຢັນວ່າ ໃນສັງກາດດິຈິຕອນ, ຮູບເງົາຕ້ອງເສີມຂະຫຍາຍບົດບາດນຳໜ້າໃນການພັດທະນາອຸດສາຫະກຳວັດທະນະທຳ ແລະ ເສດຖະກິດສ້າງສັນ. ທ່ານກໍ່ສະເໜີໃຫ້ສືບຕໍ່ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ເປີດກວ້າງການຮ່ວມມືກັບສາກົນ, ເຮັດໃຫ້ ຫວຽດນາມ ກາຍເປັນຈຸດນັດພົບທີ່ໜ້າສົນໃຈຂອງບັນດານັກສ້າງຮູບເງົາ.
ງານມະໂຫລານຮູບເງົາຈັດຂຶ້ນແຕ່ວັນທີ 28 ພະຈິກ ຫາວັນທີ 2 ທັນວາ 2026, ດ້ວຍການເຄື່ອນໄຫວຫຼາຍຢ່າງ, ຄື: ການສາຍຮູບເງົາ, ການພົບປະແລກປ່ຽນລະຫວ່າງນັກສິລະປິນ, ງານວາງສະແດງ, ກອງປະຊຸມສຳມະນາ, ຕະຫຼາດໂຄງການຮູບເງົາ ແລະ ເຊື່ອມຕໍ່ການຮ່ວມມືສາກົນ.
(ແຫຼ່ງຄັດຈາກ VOV)