ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ເພີ່ມທະວີການຮ່ວມມືດ້ານການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ
ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ. (ພາບ: VNA))
ຕອນບ່າຍວັນທີ 28 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Hun Manet ນາຍົກລັດຖະມົນຕີ ກຳປູເຈຍ, ເນື່ອງໃນໂອກາດທ່ານມາເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ - ລາວ - ມຽນມາ - ຫວຽດນາມ (CLMV) ຄັ້ງທີ 12 ແລະ ກອງປະຊຸມສຸດຍອດຍຸດທະສາດການຮ່ວມມືເສດຖະກິດ ອະຣະວາດີ - ເຈົ້າພະຍາ - ແມ່ນໍ້າຂອງ (ACMECS) ຄັ້ງທີ 11.
ທີ່ການພົບປະ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຈະຮັກສາການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ; ເພີ່ມທະວີການຮ່ວມມືດ້ານການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງ, ການຄ້າ, ສູ້ຊົນບັນລຸວົງເງິນການຄ້າສອງຝ່າຍໃຫ້ໄດ້ 20 ຕື້ ໂດລາສະຫະລັດຕໍ່ປີ (ໃນປີ 2025, ວົງເງິນການຄ້າສອງຝ່າຍບັນລຸ 11,37 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 12,1% ເມື່ອທຽບໃສ່ປີ 2024).
ເພື່ອມຸ່ງໄປເຖິງພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ກຳປູເຈຍ (24 ມິຖຸນາ 1967 - 24 ມິຖຸນາ 2027), ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຈັດການເຄື່ອນໄຫວຕ່າງໆນອນໃນຂອບເຂດປີມິດຕະພາບ ຫວຽດນາມ-ກຳປູເຈຍ 2027