ທີ່ບັນດາການພົບປະ, ການນຳຂອງສອງປະເທດໄດ້ຢືນຢັນຄວາມສຳຄັນໃນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ ແລະ ລາວ
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບທ່ານນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ. (ພາບ: VNA))
ຕອນເຊົ້າວັນ 29 ພະຈິກ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ການເຂົ້າຮ່ວມກອງປະຊຸມສຸດຍອດ CLMV ຄັ້ງທີ 12 ແລະ ກອງປະຊຸມສຸດຍອດ ACMECS ຄັ້ງທີ 11 ແຕ່ວັນທີ 27 ແລະ 28 ພະຈິກ 2026, ຕາມຄຳເຊີນຂອງ ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີແຫ່ງ ສສ.ຫວຽດນາມ.
ກ່ອນໜ້ານັ້ນ, ທີ່ບັນດາການພົບປະ, ການນຳຂອງສອງປະເທດໄດ້ຢືນຢັນຄວາມສຳຄັນໃນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ ແລະ ລາວ; ພ້ອມກັນນັ້ນ ກໍ່ເນັ້ນໜັກວ່າ ການຢ້ຽມຢາມໄດ້ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ. ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນ. ສອງປະເທດກໍ່ເປັນເອກະພາບກະກຽມໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືໃນປີ 2027 ໃຫ້ເປັນຢ່າງດີ, ພິເສດແມ່ນປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ສະເຫຼີມສະຫຼອງ 65 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 - 05 ກັນຍາ 2027) ແລະ 50 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977 - 18 ກໍລະກົດ 2027).