• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ກວດ​ກາ​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນວັນ​ບຸນ​ເຕັດ​ປະ​ຈຳ​ຊາດ​ປີຂານ 2022 ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

ກ່າວຄຳເຫັນຊີ້ນຳ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໃນສະພາບການບັນດາກຳລັງທີ່ເປັນປໍລະປັກສືບຕໍ່ສວຍໃຊ້ທຸກກົນອຸບາຍທັບມ້າງທຳລາຍ, ສະພາບການຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ຄວາມໝັ້ນຄົງແບບໃໝ່ ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້…
ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບພະນັກງານນັກຮົບຕຳຫຼວດ ນະຄອນໂຮ່ຈີມິນ (ພາບ: VOV)

ຕອນເຊົ້າວັນທີ 24 ມັງກອນ, ໃນການປະຕິບັດງານຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ປະທານສະພາການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດບັນດາກຳລັງປະກອບອາວຸດ ໄດ້ໄປຢ້ຽມຢາມ, ກວດກາວຽກງານ ປະຈຳການກຽມພ້ອມການສູ້ຮົບເພື່ອປົກປ້ອງບຸນເຕັດປະຈຳຊາດປີຂານ 2022 ຢູ່ຕຳຫຼວດນະຄອນໂຮ່ຈີມິນ. ກ່າວຄຳເຫັນຊີ້ນຳ, ທ່ານປະທານປະເທດ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໃນສະພາບການບັນດາກຳລັງທີ່ເປັນປໍລະປັກສືບຕໍ່ສວຍໃຊ້ທຸກກົນອຸບາຍທັບມ້າງທຳລາຍ, ສະພາບການຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ຄວາມໝັ້ນຄົງແບບໃໝ່ ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້… ຕຳຫຼວດນະຄອນໂຮ່ຈີມິນ ຄວນກຳແໜ້ນສະພາບການ, ເປັນເຈົ້າການສົມທົບກັບທຸກຂັ້ນ, ທຸກຂະແໜງການ, ສະກັດກັ້ນຢ່າງທັນການ, ເດັດດ່ຽວຕໍ່ສູ້ເພື່ອຮັບປະກັນຄວາມໝັ້ນຄົງທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ປະຕິບັດບົດບາດນຳໜ້າ, ປະຈັນບານໃນການຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ໃນເວລາກ່ອນ, ໃນ ແລະ ຫຼັງ ບຸນເຕັດປະຈຳຊາດປີຂານ 2022 ໃຫ້ເປັນຢ່າງດີ.

ຖັດຈາກນັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ເຮັດວຽກກັບກອງບັນຊາການນະຄອນໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)

ຮູບ​ເງົາ ຝົນ​ແດງ ແນະ​ນຳ​ທາງ​ໂທ​ລະ​ພາບ

ຮູບ​ເງົາ “ຝົນ​ແດງ” ແນະ​ນຳ​ທາງ​ໂທ​ລະ​ພາບ

ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.

Top