• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad

ຕອນເຊົ້າວັນທີ 28 ສິງຫາ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad. 

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad (ພາບ: TTXVN)

ນະທີ່ນີ້, ທ່ານ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນໍ້າໃຈອັນດີງາມຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ທີ່ສະຫງວນໃຫ້ແກ່ຫວຽດນາມ; ຕີລາຄາສູງການພັດທະນາການພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ; ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມວ່າ ຖືການເພີ່ມທະວີ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບ ມາເລເຊຍ ເປັນສໍາຄັນ; ຊົມເຊີຍໝາກຜົນທີ່ບັນລຸໄດ້ໃນກອງປະຊຸມເຈລະຈາກັບນາຍົກລັດຖະມົນຕີ, ພ້ອມທັງສະເໜີວ່າ ສອງຝ່າຍຍູ້ແຮງການຮ່ວມມືໃນທຸກຂົງເຂດ ແລະ ພົບປະແລກປ່ຽນປະຊາຊົນ ກໍຄືບັນດາຂອບເຂດ ອາຊຽນ ແລະ ບັນດາເວທີປາໄສລະດັບພາກພື້ນ ແລະ ສາກົນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ສ່ວນທ່ານນາຍົກລັດຖະມົນຕີ ມາເລເຊຍ Mahathir Mohamad ເນັ້ນໜັກວ່າ ເລື່ອງສອງປະເທດມີຈຸດທີ່ຄ້າຍຄືກັນຫຼາຍຢ່່າງ, ມີບົດບາດສໍາຄັນໃນພາກພື້ນ, ມີເງື່ອນໄຂ ແລະ ຈໍາເປັນຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນ ນັບທັງໃນບັນດາບັນຫາສອງຝ່າຍ ແລະ ຫຼາຍຝ່າຍ, ໃນນັ້ນ ມີບັນຫາກ່ຽວກັບທະເລຕາເວັນອອກ ເພື່ອແນໃສ່ປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ ກໍຄືໃນການສ້າງປະຊາຄົມ ອາຊຽນໃຫ້ມີຄວາມສາມັກຄີີ, ໝັ້ນຄົງເຂັ້ມແຂງ; ພ້ອມທັງສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຮອບດ້ານໃນບັນດາຂົງເຂດ ແລະ ແລກປ່ຽນຄະນະຜູ້ແທນໃຫ້ຫຼາຍກວ່າອີກ ເພື່ອແນໃສ່ຮຽນຮູ້, ຖອດຖອນບົດຮຽນໃນການນໍາພາ, ຄຸ້ມຄອງລັດ ແລະ ການປ້ອງກັນຕ້ານການສໍ້ລາດບັງຫຼວງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top