• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງຖະຫວາຍທູບທຽນໄຂລະດູບານໃຫມ່ປີຈໍ 2018

ຕອນບ່າຍວັນທີ 24 ກຸມພາ (ວັນທີ 9 ບຸນເຕັດ), ທ່ານປະທານປະເທດເຈີນດ້າຍກວາງ ໄດ້ໄປຖະຫວາຍທູບທຽນໄຂລະດູບານໃຫມ່ປີຈໍ 2018 ຢູ່ ເຂດປູຊະນີຍະສະຖານພະລາດຊະວັງທັງລອງ. 


ທ່ານປະທານປະເທດເຈີນດ້າຍກວາງ ໄດ້ໄປຖະຫວາຍທູບທຽນໄຂລະດູບານໃຫມ່ປີຈໍ 2018

ພາບ:vietnam+

ພິທີຖະຫວາຍທູບທຽນຖືກຈັດຂຶ້ນຢ່າງສົມກຽດ ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາເຈົ້າຊີວິດທີ່ມີຄຸນງາມຄວາມດີໃນການສ້າງສາພື້ນຖານທັງລອງອະລິຍະທຳ (ນະຄອນຫລວງ ຮ່າໂນ້ຍ ປະຈຸບັນ). ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ປະຕິບັດບັນດາພິທີກຳຖະຫວາຍທູບທຽນ ແລະ ອາໄລຫາບັນດາເຈົ້າຊີວິດ ແລະ ຄົນລຸ້ນກ່ອນ ໄດ້ເສຍເລືອດເນື້ອກຳລັງເຫື່ອແຮງເພື່ອປົກປັກຮັກສາປະເທດຫວຽດນາມ ແລະ ທ່ານປະທານປະເທດ ລາຍງານບັນດາຜົນງານພົ້ນເດັ່ນ, ຮອບດ້ານຂອງປະເທດຊາດໃນປີຜ່ານມາ, ເປັນຕົ້ນແມ່ນການພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ.

ພາຍຫລັງພິທີຖະຫວາຍທູບທຽນ, ທ່ານປະທານປະເທດ ໄດ້ປະຕິບັດພິທີປ່ອຍນົກໃນໂອກາດຕົ້ນລະດູບານໃຫມ່ ພາວະນາຂໍໃຫ້ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ, ກ້າວຂຶ້ນບົນເສັ້ນທາງເຊື່ອມໂຍງ ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)


ກຽມ​ພ້ອມ​ໃຫ້​ແກ່​ວັນ​ວັດ​ທະ​ນ​ະ​ທຳ ຫວຽດ​ນາມ ຄັ້​ງ​ທີ 1

ກຽມ​ພ້ອມ​ໃຫ້​ແກ່​ວັນ​ວັດ​ທະ​ນ​ະ​ທຳ ຫວຽດ​ນາມ ຄັ້​ງ​ທີ 1

ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ມາ​ຮອດ​ປັດ​ຈຸ​ບັນ, ທັງ 34 ແຂວງ, ນະ​ຄອນ​ໄດ້​ປະ​ກາດ​ໃຊ້​ແຜນ​ການ​ຈັດ​​ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ ດ້ວຍກວ່າ 400 ລ​າຍການ, ເຫດ​ການ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ, ງານ​ວາງ​ສະ​ແດງ.

Top