ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງຖະຫວາຍທູບທຽນໄຂລະດູບານໃຫມ່ປີຈໍ 2018

ຕອນບ່າຍວັນທີ 24 ກຸມພາ (ວັນທີ 9 ບຸນເຕັດ), ທ່ານປະທານປະເທດເຈີນດ້າຍກວາງ ໄດ້ໄປຖະຫວາຍທູບທຽນໄຂລະດູບານໃຫມ່ປີຈໍ 2018 ຢູ່ ເຂດປູຊະນີຍະສະຖານພະລາດຊະວັງທັງລອງ. 


ທ່ານປະທານປະເທດເຈີນດ້າຍກວາງ ໄດ້ໄປຖະຫວາຍທູບທຽນໄຂລະດູບານໃຫມ່ປີຈໍ 2018

ພາບ:vietnam+

ພິທີຖະຫວາຍທູບທຽນຖືກຈັດຂຶ້ນຢ່າງສົມກຽດ ສະແດງໃຫ້ເຫັນຄວາມເຄົາລົບນັບຖື, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາເຈົ້າຊີວິດທີ່ມີຄຸນງາມຄວາມດີໃນການສ້າງສາພື້ນຖານທັງລອງອະລິຍະທຳ (ນະຄອນຫລວງ ຮ່າໂນ້ຍ ປະຈຸບັນ). ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ປະຕິບັດບັນດາພິທີກຳຖະຫວາຍທູບທຽນ ແລະ ອາໄລຫາບັນດາເຈົ້າຊີວິດ ແລະ ຄົນລຸ້ນກ່ອນ ໄດ້ເສຍເລືອດເນື້ອກຳລັງເຫື່ອແຮງເພື່ອປົກປັກຮັກສາປະເທດຫວຽດນາມ ແລະ ທ່ານປະທານປະເທດ ລາຍງານບັນດາຜົນງານພົ້ນເດັ່ນ, ຮອບດ້ານຂອງປະເທດຊາດໃນປີຜ່ານມາ, ເປັນຕົ້ນແມ່ນການພັດທະນາເສດຖະກິດສັງຄົມ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ.

ພາຍຫລັງພິທີຖະຫວາຍທູບທຽນ, ທ່ານປະທານປະເທດ ໄດ້ປະຕິບັດພິທີປ່ອຍນົກໃນໂອກາດຕົ້ນລະດູບານໃຫມ່ ພາວະນາຂໍໃຫ້ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ, ກ້າວຂຶ້ນບົນເສັ້ນທາງເຊື່ອມໂຍງ ແລະ ພັດທະນາ.

(ແຫຼ່ງຄັດຈາກ VOV)



top