ຂ່າວສານ
ທ່ານ Sandag Byambatsogt ປະທານ ສະພາແຫ່ງຊາດ ມົງໂກນ ແລະ ພັນລະຍາເປັນປະທານພິທີຕ້ອນຮັບທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາງຢ່າງສົມກຽດ
ຕອນເຊົ້າວັນທີ 10 ກັນຍາ, ຢູ່ສຳນັກງານລັດຖະບານ, ນະຄອນຫຼວງ Ulaanbaatar, ທ່ານ Sandag Byambatsogt ປະທານສະພາແຫ່ງຊາດ ມົງໂກນ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ພັນລະຍາທ່ານນາງ ຫງວຽນທິແທັງງາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເນື່ອງໃນໂອກາດມາຢ້ຽມຢາມ ມົງໂກນຢ່າງສົມກຽດ. ພາຍຫຼັງພິທີຕ້ອນຮັບ, ຢູ່ສຳນັກງານລັດຖະບານ, ທ່ານເຈິ່ນແທັງເໝິນ ໄດ້ເຊັນໃນປຶ້ມແຂກກຽດຕິມະສັກ. ທ່ານປະທານສະພາແຫ່ງຊາດ ສະແດງຄວາມດີໃຈເມື່ອໄດ້ມາຢ້ຽມຢາມສຳນັກງານແຫ່ງລັດ ມົງໂກນ - ເຊິ່ງແມ່ນສັນຍາລັກຂອງພື້ນຖານເອກະລາດ, ເປັນເຈົ້າຕົນເອງ ແລະ ຄວາມເປັນມິດຮັກແພງແຂກຄົນຂອງປະຊາຊົນ ມົງໂກນ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະພ້ອມກັບ ມົງໂກນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຮ່ວມມືກັນລະຫວ່າງບັນດາກຳມາທິການວິຊາສະເພາະ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາໜຸ່ມ; ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືເສດຖະກິດ ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ ແລະ ການພົບປະແລກປ່ຽນປະຊາຊົນເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.






